ຫວຽດນາມຜະລິດຢາວັກຊິນຕ້ານໄຂ້ຫວັດ A/H5N1
ພາບປະກອບ
(vovworld) - ບໍລິສັດຜະລິດຢາ ວັກຊິນເລກ 1 ຂຶ້ນກັບສະຖາບັນອະນາໄມກັນພະຍາດສູນກາງ ສັງກັດກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ: ຢາວັກຊິນຕ້ານໄຂ້ຫວັດ H5N1 ສຳລັບຄົນໂດຍບໍລິສັດນີ້ຄົ້ນຄ້ວາຜະລິດ ພວມປະຕິບັດທົດລອງໄລຍະ 3 ດ້ວຍການເຂົ້າຮ່ວມຂອງຜູ້ອາສາສະໝັກທີ່ມີສຸຂະພາບເຂັ້ມແຂງ 1.200 ຄົນຢູ່ແຂວງ ແທງຮ໋ວາ ແລະ ຮ່ານາມ. ກ່ອນໜ້ານັ້ນ, ຢາວັກຊິນນີ້ກໍໄດ້ຮັບການປະຕິບັດທົດລອງໄລຍະ 1 ແລະ 2, ດ້ວຍໝາກຜົນດີພໍສົມຄວນ. ຢາວັກຊິນຕ້ານໄຂ້ຫວັດ H5N1 ສຳລັບຄົນໄດ້ເລີ່ມຜັນຂະຫຍາຍການຄົ້ນຄ້ວານັບແຕ່ປີ 2005. ຜ່ານການທົດລອງຕົວຈິງທີ່ໄດ້ຮັບຜົນດີແລ້ວຈະແມ່ນພື້ນຖານເພື່ອອະນຸຍາດໃຫ້ຜະລິດ ແລະ ນຳໃຊ້ທົ່ວໄປ.