ຫວຽດນາມພວມມານະພະຍາຍາມປະຕິບັດບັນດາການກ່າວເຕືອນຂອງອີຢູຕໍ່ສິນໃນນ້ຳ

(VOVWORLD) -ຫວຽດນາມ ພວມມານະພະຍາຍາມປະຕິບັດບັນດາການກ່າວເຕືອນຂອງອີຢູຕໍ່ສິນໃນນ້ຳ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ຫວູວັນຕ໋າມ ທີ່ການປະຊຸມນັດສາມັນຂອງລັດຖະບານ ໃນຕອນບ່າຍວັນທີ 01 ທັນວາ, ຢູ່ຮ່າໂນ້ຍ. 

ຫວຽດນາມພວມມານະພະຍາຍາມປະຕິບັດບັນດາການກ່າວເຕືອນຂອງອີຢູຕໍ່ສິນໃນນ້ຳ - ảnh 1

ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວູວັນຕ໋າມ

(ພາບປະກອບ: nongnghiep.vn)

ຕາມທ່ານຮອງລັດຖະມົນຕີແລ້ວ, ກະຊວງ ໄດ້ສ້າງແຜນການກະທຳສຳລັບບັນດາມາດຕະການແກ້ໄຂຢ່າງລະອຽດ; ເພື່ອປະຕິບັດຂໍ້ກ່າວເຕືອນ 9 ຂໍ້ຂອງສະຫະພາບເອີລົບ (ອີຢູ) ສຳລັບສິນໃນນ້ຳຂອງຫວຽດນາມ.

        ນອກນັ້ນ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ລົງນາມຮ່ວມມືກັບບາງອົງການສື່ມວນຊົນ ເພື່ອຜັນຂະຫຍາຍບັ້ນໂຄສະນາຢ່າງລະອຽດ. ຝ່າຍຫວຽດນາມ ກໍ່ເພີ່ມທະວີການເຈລະຈາ ເພື່ອໃຫ້ອີຢູ ຮັບຮູ້ບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການຮັບເອົາບັນດາຂໍ້ກ່າວເຕືອນ ເພື່ອນຳເຂົ້າໃນກົດໝາຍວ່າດ້ວຍສິນໃນນ້ຳ ສະບັບປັບປຸງ, ເພີ່ມເຕີມ.

ຕອບກັບ

ຂ່າວ/ບົດ​ອື່ນ