ຫວຽດນາມມີຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບບັນດາອົງການຂອງສປຊປະຕິບັດອຳນາດນິຕິບັນຍັດ

ຫວຽດນາມມີຄຳໝັ້ນສັນຍາສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບບັນດາອົງການຂອງສປຊປະຕິບັດອຳນາດນິຕິບັນຍັດ - ảnh 1
ທ່ານ​ນາງ ຫງວຽນ​ເຟືອງ​ງາ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ
ຫວຽດ​ນາມ ປະ​ຈຳ ສ​ປ​ຊ
ພາບ:nld.com.vn

(vovworld)-  ​​ ​ໃນ​ວັນ​ທີ 15 ແລະ 16/10, ຄະ​ນະ​ກຳ​ມະ​ການ​ນິ​ຕິ​ທຳ ຂຶ້ນ​ກັບ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 70 ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ ພາກ “ອຳ​ນາດ​ນິ​ຕິ​ບັນ​ຍັດ​ຢູ່​ລະ​ດັບ​ຊາດ ແລະ ສາ​ກົນ”. ກ່າວ​ຄຳ​ເຫັນທີ່​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານ​ນາງ ຫງວຽນ​ເຟືອງ​ງາ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ເນັ້ນ​ຫນັກ​ວ່າ: ໂດຍ​ແມ່ນ​ສະ​ມາ​ຊີກ​ຕັ້ງ​ຫນ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ, ຫວຽດ​ນາມ ສະ​ຫນັບ​ສະ​ຫນູນ​ການ​ປະ​ຕິ​ບັດ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ຢູ່​ລະ​ດັບ​ຊາດ ແລະ ສາ​ກົນ ເໝາະ​ສົມ​ກັບ​ບັນ​ດາ​ຫລັກ​ການ​ຂອງ ກົດ​ບັດ ສ​ປ​ຊ. ຫວຽດ​ນາມ ມີ​ຄຳ​ໝັ້ນ​ສັນ​ຍາ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ອົງ​ການ​ຂອງ ສ​ປ​ຊ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ປະ​ຊາ​ຄົມ​ສາ​ກົນ ເພື່ອ​ຮັບ​ປະ​ກັນ ແລະ ຊຸກ​ຍູ້​ການ​ປະ​ຕິ​ບັດ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ຢູ່​ລະ​ດັບ​ຊາດ ແລະ ສາ​ກົນ.  ທີ່​ວາ​ລະ​ປຶກ​ສາ​ຫາ​ລື, ບັນ​ດາ​ຜູ້​ແທນ​ມາ​ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ຂອງ ສ​ປ​ຊ ເຫັນ​ດີ​ໂດຍ​ຖື​ວ່າ: ຫລັກ​ການ​ເຄົາ​ລົບ​ອຳ​ນາດ​ນິ​ຕິ​ບັນ​ຍັດ ແມ່ນ​ປັດ​ໄຈ​ພື້ນ​ຖານ ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື, ສະ​ເຫມີ​ພາບ ລະ​ຫວ່າງ​ບັນ​ດາ​ປະ​ເທດ, ຮັບ​ປະ​ກັນ ແລະ ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ສາ​ກົນ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ສາ​ກົນ​ໂດຍ​ສັ​ນ​ຕິ​ວິ​ທີ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ໃນ​ໂລກ.

ຂ່າວ/ບົດ​ອື່ນ