ຫວຽດນາມຢືນຢັນຄຳໝັ້ນໝາຍຊຸກຍູ້ ແລະ ຮັບປະກັນສິດທິມະນຸດ
(ພາບປະກອບ) |
(vovworld)- ວັນທີ 30/10, ຢູ່ສຳນັກງານສະຫະປະຊາຊາດ ທີ່ນິວຢອກປະເທດອາເມລິກາ, ຄະນະກຳມະການກ່ຽວກັບບັນດາບັນຫາວັດທະນະທຳ, ສັງຄົມ ແລະ ມະນຸດສະທຳ ສະມັດຊາໃຫຍ່ ສະຫະປະຊາຊາດຊຸດທີ 69 ສືບຕໍ່ການປຶກສາຫາລືກ່ຽວກັບຫົວເລື່ອງ “ຊຸກຍູ້ ແລະ ຮັບປະກັນສິດທິມະນຸດ”. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສະຫະປະຊາຊາດ ເນັ້ນໜັກວ່າ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາສືບຕໍ່ແມ່ນຄວາມມຸ່ງຫວັງ ແລະ ຈຸດໝາຍສູ້ຊົນຂອງປະຊາຄົມໂລກເພື່ອສ້າງພື້ນຖານໃຫ້ແກ່ການ ຊຸກຍູ້ ແລະ ຮັບປະກັນສິດທິມະນຸດ. ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ ເນັ້ນໜັກເຖິງບົດບາດໃຈກາງຂອງ ສະຫະປະຊາຊາດໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດໃນຂົງເຂດນີ້. ພ້ອມກັນນັ້ນ, ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາສະເໜີວ່າ ຄວນເພີ່ມທະວີການໜູນຊ່ວຍດ້ານວິຊາການ, ເພີ່ມທະວີຄວາມສາມາດໃຫ້ແກ່ບັນດາປະເທດແນໃສ່ຮັບປະກັນສິດທິມະນຸດ. ເນື່ອງໃນໂອກາດນີ້, ທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ ໄດ້ແນະນຳກ່ຽວກັບບັນດານະໂຍບາຍ ແລະ ຜົນງານທີ່ພົ້ນເດັ່ນຂອງຫວຽດນາມໃນຂົງເຂດຮັບປະກັນສິດທິມະນຸດ ແລະ ຢືນຢັນວ່າ ຍາມໃດຫວຽດນາມກໍຖືເປັນສຳຄັນການຮ່ວມມື ແລະ ການສົນທະນາ .