ຫວຽດນາມວາງຄາດໝາຍມີຜູ້ອອກແຮງງານ 29 ລ້ານຄົນເຂົ້າຮ່ວມປະກັນສັງຄົມ ໃນປີ 2020

ຫວຽດນາມວາງຄາດໝາຍມີຜູ້ອອກແຮງງານ 29 ລ້ານຄົນເຂົ້າຮ່ວມປະກັນສັງຄົມ ໃນປີ 2020 - ảnh 1
ຫວຽດນາມ ວາງຄາດໝາຍມີຜູ້ອອກແຮງງານ 29 ລ້ານຄົນ
ເຂົ້າຮ່ວມປະກັນສັງຄົມ ໃນປີ 2020
(ພາບ: radiovietnam.vn)

(vovworld) - ຕອນ​ເຊົ້າວັນ​ທີ 12/3, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ ​ສົມ​ທົບ​ກັບ​ກະ​ຊວງ​ແຮງ​ງານ​ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ແລະ​ປະ​ກັນ​ສັງ​ຄົມ​ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​ຮັບ​ປະ​ກັນ​​ຊີ​ວິດ​ສັງ​ຄົມ​ໃຫ້​ປະ​ຊາ​ຊົນ​ຜ່ານ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​​ປະ​ກັນ​ສັງ​ຄົມ”. ​ເພື່ອ​​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ປະ​ກັນ​ສັງ​ຄົມ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ໃນ​ປີ 2014, ບັນ​ດາ​​ຜູ້​ແທນ​ຖື​ວ່າ: ຄວນ​ມີ​ນະ​ໂຍ​ບາຍ​ສົ່ງ​ເສີມ, ໜູນ​ຊ່ວຍ​ຄົນ​ງານ​ໃນ​ຂົງ​ເຂດບໍ່​ເປັນ​ທາງ​ການ​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ​ດ້ວຍ​ຄວາມ​ສະ​ໝັກ​ໃຈ, ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​​ໃຫ້ກອງ​ທຶນ​ປະ​ກັນ​ສັງ​ຄົມ, ປັບ​ປຸງວິ​ທີ​ການ​ຄິດ​ໄລ່​ເງິນ​​ເດືອນ​ສຳ​ລັບຜູ້​ກິນ​ເບ້ຍ​ບຳ​ນານ​ບົນຫຼັກ​ການ ລະ​ດັບ​ຊົມ​ໃຊ້​ຕ້ອງ​ອີງ​ໃສ່​ລະ​ດັບ​ປະ​ກອບ​ສ່ວນ ແລະ ​ເພີ່ມ​ເວ​ລາ​ເສຍ​ຄ່າ​ປະ​ກັນ​ສັງ​ຄົມ ເພື່ອ​ຮັບ​ປະ​ກັນ​ຄວາມ​ດຸ່ນ​ດ່ຽງ​​ກ່ຽວ​ກັບ​ເວ​ລາ​ຊົມ​ໃຊ້​ປະ​ກັນ​ສັງ​ຄົມ​ຂອງ​ຄົນ​ງານ. ທ່ານນາງ​ເຈືອງ​ທິ​ມາຍ, ຫົວ​ໜ້າ​​ກຳ​ມາ​ທິ​ການ​​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຂອງ​ສະ​ພາ​ແຫ່ງ​ຊາດ​ ໃຫ້​ຮູ້​ວ່າ :

   “ພາ​ຍຫຼັງ​ກົດ​ໝາຍ​ນີ້​ມີ​ຜົນ​ສັກ​ສິດ​​ນັບ​ແຕ່​ວັນ​ທີ 01/01/2016 ​ຈະ​ສືບ​ຕໍ່​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ເພື່ອ​ເປີດກວ້າງ​ເປົ້າ​ໝາຍ. ສິ່ງ​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຈຸ​ບັນ​ແມ່ນ​​ມີ​ຜູ້​ອອກ​ແຮງ​ງານ 29 ລ້ານ​ຄົນ​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ​ໃນ​ປີ 2020. ສະ​ນັ້ນ, ພວກ​ເຮົາ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ພ​ະນັກ​ງານ​ບໍ່​ສະ​ເພາະ​ກິດ, ເປົ້າ​ໝາຍ​ບໍ່​ເປັນ​ທາງ​ການ​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ລັດ”.

        ໄລ່​ຮອດ​ທ້າຍ​ປີ 2014, ທົ່ວ​ປະ​ເທດ​ມີ​ປະ​ຊາ​ຊົນ​ກວ່າ 11 ລ້ານ​ຄົນ​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ, ກວມກວ່າ 70% ຈຳ​ນວນ​ຜູ້​ອອກ​ແຮງ​ງານ​ທີ່​ຕ້ອງ​ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ.

ຂ່າວ/ບົດ​ອື່ນ