ຫວຽດນາມສົ່ງເສີມຍີ່ປຸ່ນລົງທຶນເຂົ້າຂົງເຂດອຸດສາຫະກຳໜູນຊ່ວຍ, ຜະລິດ

(VOVWORLD)-ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ, ວັນທີ 11 ພຶດສະພາ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂງານພົບປະວິສາຫະກິດຫວຽດນາມ - ຍີ່ປຸ່ນ. 

ຫວຽດນາມສົ່ງເສີມຍີ່ປຸ່ນລົງທຶນເຂົ້າຂົງເຂດອຸດສາຫະກຳໜູນຊ່ວຍ, ຜະລິດ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ 

(ພາບ: TTXVN)

ທ່ານນາງຮອງປະທານປະເທດເນັ້ນໜັກວ່າ, ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນການພົວພັນກັບຍີ່ປຸ່ນ, ແມ່ນຄູ່ຮ່ວມມືສຳຄັນອັນດັບໜຶ່ງ ແລະ ແມ່ນເພື່ອນສະໜິດສະໜົມຍາວນານ; ພ້ອມທັງຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຊົມເຊີຍ ແລະ ສົ່ງເສີມບັນດາວິສາຫະກິດຍີ່ປຸ່ນ ລົງທຶນດຳເນີນທຸລະກິດເຂົ້າບັນດາຂະແໜງອຸດສາຫະກຳໜູນຊ່ວຍ, ອຸດສາຫະກຳຜະລິດ, ປະຢັດພະລັງງານ, ກະສິກຳເຕັກໂນໂລຊີສູງ. ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຊີ້ແຈ້ງວ່າ, ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຍີ່ປຸ່ນ ເມື່ອເຂົ້າຮ່ວມການລົງທຶນຢູ່ຫວຽດນາມ. ທີ່ງານພົບປະ, ບັນດາວິສາຫະກິດຫວຽດນາມ ແລະ ຍີ່ປຸ່ນ ໄດ້ແນະນຳ ແລະ ແລກປ່ຽນເຊິ່ງກັນ ແລະ ກັນ, ຊອກຮູ້ບັນດາກາລະໂອກາດກໍ່ຄືຄວາມຕ້ອງການຮ່ວມມື, ລົງທຶນຂອງບັນດາວິສາຫະກິດ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ