(vovworld) – ຕອນເຊົ້າວັນທີ 11/3, ຢູ່ກອງບັນຊາການຊອກຫາ ກູ້ໄພກູ້ຊີບທີ່ຕັ້ງຢູ່ເກາະ ຟູ໋ກວກ, ທ່ານຮອງລັດຖະມົນຕີກະຊວງຄົມມະນາຄົມ ຂົນສົ່ງ ຟ້າມກິ໋ວຕຽວ, ໄດ້ເປັນປະທານການປະຊຸມຂ່າວຜັນຂະຫຍາຍວຽກງານຊອກຫາໃນວັນທີ 11/3. ໃນວັນດຽວກັນ, ກອງບັນຊາການແນວຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ເກາະ ຟູ໋ກວກ ແລະ ສ້າງໂທລະສັບດ່ວນ 2 ສາຍເພື່ອສະໜອງຂໍ້ມູນຂ່າວກ່ຽວກັບວຽກງານຊອກຫາ, ກູ້ໄພກູ້ຊີບ.
ແລະກໍ່ໃນຕອນເຊົ້າວັນທີ 11/3, ເຮືອບິນເອລີກອບແຕ Mi 171 2 ລຳເລີ່ມທະຍານຈາກສະໜາມບິນ ກາເມົາ ໄປຍັງບັນດາສະຖານທີ່ຖືກສົງໄສມີວັດຖຸແປກໆບົນທະເລ, ເພື່ອສຳພັດ, ກວດກາຂໍ້ມູນຂ່າວກ່ຽວກັບວັດຖຸດັ່ງກ່າວຢ່າງລະອຽດ, ພອມທັງສືບຕໍ່ຊອກຫາຮ່ອງຮອຍກ່ຽວກັບເຮືອບິນຖືກຫາຍສາບສູນຂອງ ມາເລເຊຍ. ເປັນອັນວ່າ, ຕາມລາຍງານຫຼ້າສຸດຂອງຫ້ອງວ່າການຄະນະກຳມະການແຫ່ງຊາດຊອກຫາ ກູ້ໄພກູ້ຊີບ, ມາຮອດປະຈຸບັນ, ຫວຽດນາມ ໄດ້ນຳໃຊ້ເຮືອບິນ 6 ລຳ ດ້ວຍ 14 ຖ້ຽວບິນ, ກຳປັ່ນປະເພດຕ່າງໆ 7 ລຳເພື່ອສືບຕໍ່ວຽກງານຊອກຫາຢູ່ສະຖານທີ່ເກີດເຫດ, ເປີດກ້ວາງຂອບຂະໜາດສູ່ທາງ ທິດຕາເວັນຕົກສຽງເໜືອ ເມື່ອທຽບໃສ່ເຂດຊອກຫາໃນ 2 ວັນຜ່ານມາ, ສຸມໃສ່ຊອກຫາ, ຢັ້ງຢືນບັນດາວັດຖຸໂດຍເຮືອບິນພົບເຫັນ.