ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ໄດ້ລົງກວດກາ ແລະ ຊີ້ນຳວຽກງານຮັບມືກັບພາຍຸ ຮາຍຢານ
(ພາບ : vietnamnet)
|
(vovworld)- ພາຍຫຼັງເຄື່ອນຍ້າຍໄປເປັນເວລາຫຼາຍຊົ່ວໂມງ, ພາຍຸ ຮາຍຢານ ໄດ້ປ່ຽນທິດ, ເຄື່ອນໄປ ສູ່ບັນດາແຂວງທາງພາກເໜືອ ແລະ ມີການຜັນແປຢ່າງ ສັບສົນ. ຕອນທ່ຽງວັນທີ 10/11, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍ ໄດ້ລົງກວດກາ ແລະ ຊີ້ນຳວຽກງານຮັບມືກັບພາຍຸ ຮາຍຢານ ຢູ່ແຂວງ ຮ່າຕິ້ງ.ທ່ານຮອງນາຍົກລັດຖະມົນຕີຫວຽດນາມຮ່ວາງຈຸງຫາຍເນັ້ນໜັກວ່າ:
“ພາຍຸ ຮາຍຢານ ມີສັນຍານເຄືອ່ນລຽບຕາມຝັ່ງທະເລພາກກາງ ແລະ ມຸ່ງໄປສູ່ພາກເໜືອ. ບັນດາແຂວງທັງໝົດຈາກ ຮ່າຕິ້ງ, ເຫງະອ່ານ, ແທງຮ້ວາ,ນາມດິ້ງ, ນິງບິງ, ທ້າຍບິງ ກຽມພ້ອມຮັບມືກັບພາຍຸ ຮາຍຢານ ຢ່າງສູງສຸດ.”
ທ່ານວູ້ວັນຕູ້ ຫົວໜ້າຫ້ອງວ່າການ ຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມສູນກາງ ໃຫ້ຂໍ້ສັງເກດວ່າ ວຽກງານຈຸດສຸມໃນວັນນີ້, ແມ່ນກະຕຸກຊຸກຍູ້ບັນດທ້ອງຖິ່ນແຄມທະເລພາກເໜືອ ຍົກຍ້າຍ ປະຊາຊົນ, ເຮືອ, ພາຫະນະຈັບຫາປາ, ລ້ຽງປາບົນທະເລ ໄປຍັງເຂດປອດໄພ . ທ່ານວູ້ວັນຕູ້ ຫົວໜ້າຫ້ອງວ່າການ ຄະນະຊີ້ນຳການປ້ອງກັນ ແລະ ຕ້ານພາຍຸນ້ຳຖ້ວມສູນກາງ ຕັກເຕືອນວ່າ :
“ ກ່ຽວກັບອ່າງເກັບນ້ຳ, ເຂື່ອນນ້ຳ, ແມ່ນຕ້ອງເອົາໃຈໃສ່ເຖິງບັນດາແຂວງເຂດພູດອຍທາງທິດຕາເວັນອອກສ່ຽງເໜືອ, ຍ້ອນວ່າ ຕາມການພະຍາກອນ, ຈະມີຝົນຕົກໜັກ, ໃນຂະນະທີ່ບັນດາອ່າງເກັບນ້ຳໄດ້ສະສົມນ້ຳເຕັມແລ້ວ.”