ຫວຽດນາມ-ອົດສະຕາລີຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກພາຍຫຼັງສົງຄາມ
ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພົນໂທ ຫງວຽນຈີ໋ວີ້ງ ຢ້ຽມຢາມ ອົດສະຕາລີ
(ພາບ: Võ Giang/Vietnam+)
(vovworld) – ຫວຽດນາມ - ອົດສະຕາລີຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກພາຍຫຼັງສົງຄາມ - ແມ່ນໜຶ່ງໃນບັນດາເນື້ອໃນໄດ້ຮັບການເຕື້ອງເຖິງໃນການພົບປະລະຫວ່າງຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ພົນໂທ ຫງວຽນຈີ໋ວີ້ງ ກັບເຈົ້າໜ້າທີ່ອົດສະຕາລີ ເນື່ອງໃນໂອກາດຢ້ຽມຢາມປະເທດນີ້ແຕ່ວັນທີ 7 – 12/4. 2 ຝ່າຍກໍ່ໄດ້ແລກປ່ຽນກ່ຽວກັບມາດຕະການໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກ ເຊື່ອມຕົວເຂົ້າກັບວົງຄະນະຍາດ. ຝ່າຍອົດສະຕາລີ ຕີລາຄາສູງຄວາມມານະພະຍາຍາມຂອງ ລັດຖະບານ ແລະ ປະຊາຊົນ ຫວຽດນາມໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກພາຍຫຼັງສົງຄາມ ແລະ ໃຫ້ຄຳໝັ້ນສັນຍາຮ່ວມມື, ໜູນຊ່ວຍ ຫວຽດນາມ ຍົກສູງກຳລັງຄວາມສາມາດແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດ. ເນື່ອງໃນໂອກາດນີ້, ພົນໂທ ຫງວຽນຈີ໋ວີ້ງ, ກໍ່ໄດ້ໄປຢ້ຽມຢາມສູນໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກລະເບີດບໍ່ທັນແຕກເຊື່ອມຕົວເຂົ້າກັບວົງຄະນະຍາດຂອງອົດສະຕາລີ.