ຫວຽດນາມ-ອິນໂດເນເຊຍມຸ່ງໄປເຖິງການນຳວົງເງິນ2ຝ່າຍຂຶ້ນເຖິງ10ຕື້USDໃນປີ2018
ທ່ານ Retno Marsudi ແລະ ທ່ານ ຟ້າມບີ່ງມີງ
(ພາບ: VGP/Hải Minh)
|
(vovworld) – ວັນທີ 3/4, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ແລະ ທ່ານນາງລັດຖະມົນຕີວ່າການກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ມີການເຈລະຈາເພື່ອແນໃສ່ແລກປ່ຽນບັນດາມາດຕະການແນໃສ່ເພີ່ມທະວີການພົວພັນຮ່ວມມືໃນໄລຍະຈະມາເຖິງ. ຕາມນັ້ນແລ້ວ, 2 ຝ່າຍໃຫ້ຄຳໝັ້ນສັນຍາສົມທົບກັນຢ່າງແໜ້ນແຟ້ນໃນການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນໂດເນເຊຍ (30/12/1955 – 30/12/2015), ພ້ອມທັງເຫັນດີເປັນເອກະສັນບັນດາມາດຕະການເພີ່ມທະວີການຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍກ່ຽວກັບເສດຖະກິດ, ວິທະຍາສາດເຕັກນິກ ຢ່າງມີປະສິດທິຜົນ…, ແລກປ່ຽນກ່ຽວກັບການຮ່ວມມືທາງການທູດຂອງ 2 ປະເທດ. 2 ຝ່າຍສະແດງຄວາມເພິ່ງພໍໃຈຕໍ່ເລື່ອງວົງເງິນການຄ້າ 2 ສົ້ນເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ, ບັນລຸເກືອບ 5,4 ຕື້ USD ໃນປີ 2014, ເຫັນດີເປັນເອກະສັນສູ້ຊົນນຳວົງເງິນການຄ້າ 2 ຝ່າຍຂຶ້ນລະດັບ 10 ຕື້ USD ໃນປີ 2018 ຄືການນຳຂັ້ນສູງ 2 ປະເທດໄດ້ຕົກລົງ. ກ່ຽວກັບບັນຫາທະເລຕາເວັນອອກ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ 2 ທ່ານຢືນຢັນຄວາມສຳຄັນຂອງການຮັບປະກັນສັນຕິພາບ,ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ ກໍ່ຄືແກ້ໄຂການຂັດແຍ້ງບົນທະເລໂດຍສັນຕິວິທີ, ອີງໃສ່ກົດໝາຍສາກົນ.