ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ປະ​ຈຳ​ຊີ​ຣີ​ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ

(VOVWORLD) - ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຮັບຮູ້ຄວາມຄືບໜ້າໃນການເຈລະຈາໃນຂອບເຂດຂອງຄະນະກຳມະການລັດຖະທຳມະນູນ ໃນໄລຍະທ້າຍປີ 2020, ແລະ ຖືວ່າ ນີ້ແມ່ນໂອກາດເພື່ອບັນລຸໄດ້ບາດກ້າວບຸກທະລຸໃນການເຈລະຈາການປັບປຸງລັດຖະທຳມະນູນໃນວິວັດທະນາການດ້ານການເມືອງ ຢູ່ຊີຣີ. 

ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ປະ​ຈຳ​ຊີ​ຣີ​ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ - ảnh 1ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີ

(ພາບ:  baoquocte.vn

ວັນທີ 16 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມປະຈຳເດືອນ ກ່ຽວກັບສະພາບການຢູ່ຊີຣີ. ນະທີ່ນີ້, ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາຝ່າຍເພີ່ມທະວີການໂອ້ລົມສົນທະນາເພື່ອຊຸກຍູ້ມາດຕະການດ້ານການເມືອງຍາວນານ ແລະ ຖືຜົນປະໂຫຍດຂອງຊາວຊີຣີຢູ່ແຖວໜ້າ.

        ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ຮັບຮູ້ຄວາມຄືບໜ້າໃນການເຈລະຈາໃນຂອບເຂດຂອງຄະນະກຳມະການລັດຖະທຳມະນູນ ໃນໄລຍະທ້າຍປີ 2020, ແລະ ຖືວ່າ ນີ້ແມ່ນໂອກາດເພື່ອບັນລຸໄດ້ບາດກ້າວບຸກທະລຸໃນການເຈລະຈາການປັບປຸງລັດຖະທຳມະນູນໃນວິວັດທະນາການດ້ານການເມືອງ ຢູ່ຊີຣີ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການໜູນຊ່ວຍຊີຣີຂອງປະຊາຄົມສາກົນ ໃນການຊຸກຍູ້ວິວັດທະນາການດ້ານການເມືອງກໍ່ຄືໃນການປັບປຸງສະພາບການມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ