(vovworld) - ຫວຽດນາມພ້ອມກັບ 49 ປະເທດ ແລະ ເຂດແຄ້ວນໃນໂລກຫາກໍ່ເຂົ້າຮ່ວມງານຕະຫລາດນັດທ່ອງທ່ຽວສາກົນຮົ່ງກົງ(ITE). ນີ້ແມ່ນງານຕະຫລາດນັດທ່ອງທ່ຽວໃຫຍ່ກວ່າໝູ່ຖືກຈັດຂຶ້ນປະຈຳປີຢູ່ເຂດຮົ່ງກົງປະເທດຈີນ ແລະ ຍາມໃດກໍດຶງດູດການເຂົ້າຮ່ວມຂອງ ບໍລິສັດທ່ອງທ່ຽວກໍຄືບໍລິສັດການບິນທີ່ລືຊື່ຫລາຍແຫ່ງ. ເມື່ອເຂົ້າຮ່ວມງານຕະຫລາດນັດທ່ອງທ່ຽວດັ່ງກ່າວ, Vietnam Airlines ບໍ່ພຽງແຕ່ຖືເປັນກາລະໂອກາດເພື່ອຊອກຫາຄູ່ຮ່ວມມືເທົ່ານັ້ນ ຫາກຍັງໂຄສະນາການທ່ອງທ່ຽວຫວຽດນາມ ອີກດ້ວຍ. ນອກຈາກການເຂົ້າຮ່ວມຂອງ Vietnam Airlines ແລ້ວ, ຝ່າຍຫວຽດນາມ ຍັງມີບັນດາບໍລິສັດທ່ອງທ່ຽວເຂົ້າຮ່ວມອີກດ້ວຍ.