ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນ“ສິລະປະຕຳ່ແຜ່ນຕັດຫຍິບ”ຄັ້ງທີ8ຢູ່Venezuala

ຫວຽດນາມເຂົ້າຮ່ວມງານຕະຫຼາດນັດສາກົນ“ສິລະປະຕຳ່ແຜ່ນຕັດຫຍິບ”ຄັ້ງທີ8ຢູ່Venezuala - ảnh 1
(ພາບ​ປະ​ກອບ​ຈາກ Dương Giang/TTXVN)

(vovworld) – ​​ງານ​ຕະຫຼາດ​ນັດ​ສາ​ກົນ “ສິ​ລະ​ປະ​​ຕຳ່​ແຜ່​ນຕັດ​ຫຍິບ” ຄັ້ງ​ທີ 8 (Artextil) ​ໄດ້​ຖືກ​ໄຂ​ຂຶ້ນຢູ່​ນະ​ຄອນຫຼວງ Caracas, ແຕ່​ວັນ​ທີ 1 – 9/11. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວັ​ດ​ທະ​ນະ​ທຳ Venezuala Reinaldo Iturriza, ຖື​ວ່າ: ການ​ເຂົ້າ​ຮ່ວມ​ຂອງ​ຄະ​ນະນັກສິ​ລະ​ປະ​ການ ຫວ​ຽດ​ນາມ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ປະ​ຊາ​ຊົນ Venezuala ເຂົ້າ​ໃຈ​ກ່​ວາ​ກ່ຽວ​ກັບ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ກ່​ວາ​ອີກ, ພິ​ເສດ​ແມ່ນ​ກ່ຽວ​ກັບ​ດ້ານ​ວັດ​ທະ​ນະ​ທຳ. ນອກ​ຈາກການນຳ​ມາ​ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ ແລະ ປະ​ດັບ​ປະ​ດາ​ຮ້ານ​ວາງ​ສະ​ແດງ, ​ຄະ​ນະ ຫວຽດ​ນາມ ກໍ່​ໄດ້​ຢ້ຽມ​ຊົມ ແລະ ເຂົ້າ​ຮ່ວມ​ການ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ຂົງ​ເຂດ​ຕ​່ຳແຜ່ນ​ຕັດ​ຫຍິບ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ປະ​ເທດ​ປະ​ຈຳ​ຖີ່ນ ແລະ ສາ​ກົນ. ຝ່າຍ Venezuala ຕີ​ລາ​ຄາ​ສູງ​ບົດ​ຮຽນ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ຫັດ​ຖະ​ກຳ​ເວົ້າ​ລວມ ແລະ ຕ່ຳແຜ່​ນ​ຕັ​ດ​ຫຍິບ​ເວົ້າ​ສ​ະ​ເພາະ, ຖືນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ນັກສິ​ລະ​ປະ​ການ Venezuala ໄດ້​ສຳ​ພັດ​ໂດຍ​ກົງ ແລະ ແລ​ກ​ປ່ຽນ​ວິ​ຊາ​ຊີບ​ກັບ​ບັນ​ດາ​ນັກ​ສິ​ລ​ະ​ປະ​ການ ຫວຽດ​ນາມ. ພິ​ເສດ, Venezuala ກໍ​ເອົາ​ໃຈ​ໃສ່​ເຖິງ​ບົດ​ຮຽນ​ໃນ​ການ​ປົກ​ປັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​​ຄຸນຄ່າ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ບັນ​ດາ​ໝູ່​ບ້ານ​ອາ​ຊີບ ຫວຽດ​ນາມ, ຖືນີ້​ແມ່ນ​ຮູບ​ແບບ​ທີ່​ດີ​, ຄວນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່ Venezuala.


ຂ່າວ/ບົດ​ອື່ນ