(vovworld) – ວັນທີ 14/11, ສະຖານທູດຫວຽດນາມປະຈຳອີຢິບ ແລະ ປະຊາຄົມຊາວຫວຽດນາມຢູ່ປະເທດທາດປີລະມິດ ໄດ້ເຂົ້າຮ່ວມງານຕະຫຼາດນັດອາຫານການກິນ ແລະ ສິນຄ້າ ສິລະປະຫັດຖະກຳ Bazaar ຢ່າງຕັ້ງໜ້າ ໂດຍສະມາຄົມພັນລະຍາຂອງບັນດານັກການທູດອາຊີ (ADSA) ຈັດຕັ້ງ, ການເຄື່ອນໄຫວປະຈຳປີ ເພື່ອແນໃສ່ສ້າງກອງທຶນສະໜັບສະໜູນໃຫ້ບັນດາຄົນທຸກຍາກຢູ່ອີຢິບ. ພິເສດ, ມຸ່ງໄປເຖິງບັນດາເປົ້າໝາຍແມ່ນແມ່ຍິງ ແລະ ເດັກນ້ອຍ. ເຂົ້າຮ່ວມເຫດການເພື່ອການກຸສົນປີນີ້ ມີການປະກອບສ່ວນຂອງ 21 ປະເທດ. ບັນດາເຍື່ອງອາຫານຂອງຫວຽດນາມແມ່ນສົ້ມແນມຈືນ ແລະ ກາເຟ ໄດ້ສ້າງຄວາມປະທັບໃຈຢ່າງແຮງກັບໜູ່ເພື່ອນສາກົນ. ໃນຂອບເຂດຂອງເຫດການ, ຫວຽດນາມກໍ່ໄດ້ໂຄສະນາບັນດາຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ດ້ານວັດທະນະທຳ ແລະ ດ້ານການທ່ອງທ່ຽວຂອງຕົນຜ່ານຄຼິບວີດີໂອ ຍາວ 5 ນາທີ ແນະນຳປະເທດຊາດ, ຊາວຫວຽດນາມ ແລະ ທິວທັດທຳມະຊາດຂອງຫວຽດນາມ.