ປະເທດມາເລເຊຍ
(ພາບ:impressivevietnam.vn)
( vovworld ) – ແຕ່ວັນທີ 13-15/6, ຫວຽດນາມ ໄດ້ເຂົ້າຮ່ວມງານຕະຫຼາດນັດສາກົນຄັ້ງທີ 4 ກ່ຽວກັບຂອງຂວັນ ແລະ ເຄື່ອງອຸປະກອນຮັບໃຊ້ຫ້ອງການຢູ່ກົວລາລຳເປີ ປະເທດມາເລເຊຍ ພ້ອມກັບ 10 ປະເທດ ແລະ ເຂດແຄ້ວນ. ຮ້ານວາງສະແດງສິນຄ້າຂອງຫວຽດນາມ ໄດ້ວາງສະແດງບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳ, ແນະນຳສະພາບແວດລ້ອມແຫ່ງການລົງທຶນ, ການຄ້າທີ່ນັບມື້ນັບສະດວກສະບາຍຂອງຫວຽດນາມ. ທ່ານ Vu Van Canh ທູດການຄ້າຫວຽດນາມ ປະຈຳມາເລເຊຍ ຫວັງວ່າ, ດ້ວຍທ່າແຮງດ້ານເຄື່ອງສິລະປະຫັດຖະກຳ, ຜ່ານງານຕະຫຼາດນັດຄັ້ງນີ້, ບັນດາລູກຄ້າມາເລເຊຍ ແລະ ເພື່ອນມິດສາກົນຈະຮູ້ຈັກເຖິງສິນຄ້າຂອງຫວຽດນາມ, ຈາກນັ້ນ, ຫວຽດນາມ ສາມາດໂຄສະນາພາບພົດ ແລະ ຜະລິດຕະພັນຂອງຕົນ, ປະກອບສ່ວນຊຸກຍູ້ການສົ່ງອອກບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳພາຍໃນປະເທດ.
ໃນຊຸມປີມໍ່ມານີ້, ການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ມາເລເຊຍ ໄດ້ເພີ່ມຂຶ້ນສະເລ່ຍ 20%/ປີ. ປີ 2011, ວົງເງິນການຄ້າສອງສົ້ນບັນລຸເກືອບ 6,7 ຕື້ໂດລາສະຫະລັດ.