ຫວຽດນາມເຂົ້າຮ່ວມງານມະໂຫລານ“ຊາວເອີລົບໃໝ່”ຢູ່ແບນຊິກ
(ພາບປະກອບ:Vietnam+)
(vovworld) – ວັນທີ 5/6, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ແບນຊິກ ໄດ້ເຂົ້າຮ່ວມງານມະໂຫລານ “ຊາວເອີລົບໃໝ່” ເຊິ່ງໄດ້ຈັດຕັ້ງຢູ່ຈັດຕຸລັດລັດຖະສະພາ ເອີລົບ ຢູ່ບຣຸກແຊນ . ນີ້ແມ່ນເຫດການໂດຍ “ພັນທະມິດການຄ້າເອີລົບໃໝ່” ຈັດຕັ້ງ ເພື່ອແນໃສ່ເຊີດຊູບັນດາການປະກອບສ່ວນຂອງປະຊາຄົມຊາວເຂົ້າອາໄສຢູ່ ເອີລົບ ແລະ ແນະນຳ ກ່ຽວກັບວັດທະນຳທີ່ຫຼາຍຮູບຫຼາຍແບບຂອງບັນດາປະຊາຄົມພົນລະເມືອງທີ່ດຳລົງຊີວິດຢູ່ ເອີລົບ. ຈຸດພົ້ນເດັ່ນໃນການເຄື່ອນໄຫວຂອງ ຫວຽດນາມ ຢູ່ເຫດການນີ້ແມ່ນ ລາຍການສິລະປະ ໂດຍບັນດາຊາວຫວຽດນາມ ອາໄສຢູ່ຕ່າງປະເທດລຸ້ນທີ 2 ຢູ່ ແບນຊິກ ສະແດງ. ຮ້ານວາງສະແດງຂອງ ຫວຽດນາມ ໄດ້ແນະນຳບັນດາຜະລິດຕະພັນໂຄສະນາການທ່ອງທ່ຽວ ດ້ວຍທັດສະນີຍະພາບທີ່ມີຊື່ສຽງຫຼາຍແຫ່ງ ຄື: ອ່າວ ຮ້າລອງ, ຖ້ຳ ຟອງຍາ-ແກບ່າງ, ເຂດປູຊະນີຍະສະຖານ ເຫ້ວ, ຄຸ້ມເມືອງເກົ່າ ໂຮ້ຍອານ….ພິເສດແມ່ນແຂກທ່ອງທ່ຽວນີ້ຍົມອາຫານ ຫວຽດນາມ ທີ່ສຸດ.