ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງສະຫະກອນພາກພື້ນອາຊີ, ປາຊີຟີກ

ຫວຽດນາມເປັນເຈົ້າພາບຈັດຕັ້ງກອງປະຊຸມລັດຖະມົນຕີກະຊວງສະຫະກອນພາກພື້ນອາຊີ, ປາຊີຟີກ - ảnh 1
(ພາບ​ປະ​ກອບ: baophuyen.com.vn)

(vovworld) - ສະຫະພັນສະຫະກອນຫວຽດ​ນາມ ຈະ​ເປັນເຈົ້າພາບຈັດຕັ້ງ ​ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ກະ​ຊວງ​ສະ​ຫະ​ກອນພາກ​ພື້ນ​ອາ​ຊີ, ​ປາ​ຊີ​ຟີກ ຄັ້ງ​ທີ 10 ໃນ​ລະ​ຫວ່ງວັນ​ທີ 18 – 21/4/2017 ຢູ່ຮ່າ​ໂນ​້ຍ, ​ດ້ວຍ​ຫົວ​ຂໍ້​ຕົ້ນ​ຕໍ “ວິໄສທັດມຸ່ງໄປເຖິງ​ປີ 2020: ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ລັດ​ຖະ​ບານ ແລະ ​ພາກ​ພື້ນສະ​ຫະ​ກອນຫຼາຍກວ່າ​ອີກ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສຳ​ຄັນ ເພື່ອ​ແນ​ໃສເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ລັດ​ຖະ​ບາ​ນກວ່າ​ອີກ. ເຫດ​ການ​ນິ້​ແມ່ນ​ໂອ​ກາດ​ເພື່ອເພີ່ມ​ທະ​ວີ​ການ​ແນະ​ນຳ, ໂຄ​ສະ​ນະ​ເຜີຍ​ແຜ່​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ນະ​ໂຍ​ບາຍ​ການ​ຕາງ​ປະ​ເທດສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມແມ່ນເປັນ​ເພື່ອນ​ມິດ​ກັ​ບ​​ທຸກໆ​ປະ​ເທດ ແລະ ແບ່ງປັນບົດຮຽນ ປະ​ກອບ​ສ່ວນ​​ພັດ​ທະ​ນາ ເສດ​ຖະ​ກິດ​ການ​ຮ່ວມ​ມື, ໃນ​ນັ້ນແກ່ນສານແມ່ນສະ​ຫະ​ກອນ ຕາມ​ທິດຍືນຍົງ.

ຂ່າວ/ບົດ​ອື່ນ