ຫວຽດນາມແມ່ນຕະຫລາດໄດ້ຮັບບຸລິມະສິດຕົ້ນຕໍຈາກຍີ່ປຸ່ນ

ຫວຽດນາມແມ່ນຕະຫລາດໄດ້ຮັບບຸລິມະສິດຕົ້ນຕໍຈາກຍີ່ປຸ່ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ​ຕ້ອ​ນ​ຮັບ​​ທ່ານ Ueda Kiyoshi, ເຈົ້າ​ແຂວງ​ແຂວງ Saitama
ພາບ:TTXVN
 (vovworld)-  ​​​ຕອນ​ບ່າຍ​ວັນ​ທີ 26/10, ຢູ່ ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ໄດ້​ຕ້ອ​ນ​ຮັບ​​ທ່ານ Ueda Kiyoshi, ເຈົ້າ​ແຂວງ​ແຂວງ Saitama ປະ​ເທດ ຍີ່​ປຸ່ນ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ຢືນ​ຢັນ​ວ່າ: ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ແມ່ນ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ຍີ່​ປຸ່ນ ສືບ​ຕໍ່​ຜັນ​ຂະ​ຫຍາຍ ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ ລະ​ຫວ່າງ​ສອງ​ປະ​ເທດ ຢ່າງ​ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ​ກວ່າ ເພື່ອ​ຜົນ​ປະ​ໂຫຍດ ແລະ ການ​ພັດ​ທະ​ນາ​ລວມ​ຂອງ​ທັງ​ຫວຽດ​ນາມ ແລະ ຍີ່​ປຸ່ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ປາດ​ຖະ​ຫນາ​ຢາກ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ແຂວງ Saitama ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລົງ​ທຶນ​ຢູ່​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ. ພ້ອມ​ທັງ​ຢາກ​ການ​ນຳ​ແຂວງ Saitama ສືບ​ຕໍ່​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ໃນ​ການ​ຫນູນ​ຊ່ວຍ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ແຂວງ Saitama ເມື່ອ​ມາ​ລົງ​ທຶນ​ຢູ່​ຫວຽດ​ນາມ. ສ່ວນ​ທ່ານ Ueda Kiyoshi ໃຫ້​ຮູ້​ວ່າ: ບັນ​ດາ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຕະ​ຫລາດ ຫວຽດ​ນາມ ແລະ ຖື​ຕະ​ຫລາດ ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຕະ​ຫລາດ​ໄດ້​ຮັບ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ໃນ​ຍຸດ​ທະ​ສາດ​ຮ່ວມ​ມື​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ມີ​ທ່າ​ແຮງ.

 

ຂ່າວ/ບົດ​ອື່ນ