(vovworld) – ວັນທີ 17/6, ຢູ່ຮ່າໂນ້ຍ, ອົງການພັດທະນາ ຝຣັ່ງ (AFD) ສະເຫຼີມສະຫຼອງ 20 ປີແຫ່ງວັນມີໜ້າຢູ່ ຫວຽດນາມ. ທີ່ພິທີສະເຫຼີມສະຫຼອງ, ອົງການພັດທະນາ ຝຣັ່ງ ສະຫລຸບການເຄື່ອນໄຫວຕ່າງໆຂອງ AFD ຢູ່ ຫວຽດນາມ ໃນປີ 2013 ມຸ່ງໄປເຖິງການສະເຫຼີມສະຫຼອງ 20 ປີແຫ່ງການເຄື່ອນໄຫວຂອງ AFD ຢູ່ຫວຽດນາມ. ຫວຽດນາມ ແມ່ນປະເທດຄູ່ຮ່ວມມືອັນດັບ 2 ຂອງ AFD ໃນທົ່ວໂລກ, ດ້ວຍລະດັບເງິນລົງທຶນ 1,5 ຕື້ເອີໂຣ. AFD ມີໜ້າຢູ່ ຫວຽດນາມ ນັບແຕ່ປີ 1994 ແລະ ໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳເງິນກ່ວາ 1,5 ຕື້ເອີໂຣ. ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືອັນດັບໜຶ່ງຂອງ AFD, ດ້ວຍ 75 ໂຄງການເຊິ່ງ AFD ອຸປະຖຳ ໃນຫຼາຍຂົງເຂດ. ປະຈຸບັນ, ຍຸດທະສາດຂອງ AFD ສຸມໃສ່ເຂົ້າໃນ 3 ກຳນົດທິດຄື: ພັດທະນາຕົວເມືອງແບບຍືນຍົງ, ໜູນຊ່ວຍໃຫ້ບັນດາຂົງເຂດຜະລິດຕາມແບບວິທີຮັບປະກັນຄວາມຮັບຜິດຊອບສັງຄົມ ແລະ ສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ. ປີ 2013, AFD ໄດ້ໃຫ້ຄຳໝັ້ນສັນຍາ 146 ລ້ານ ເອີໂຣຢູ່ ຫວຽດນາມ ໃຫ້ບັນດາໂຄງການໃນບັນດາຂົງເຂດການເງິນມະຫາພາກ, ພັດທະນາຕົວເມືອງ, ພື້ນຖານໂຄງລ່າງເຂດຊົນນະບົດ, ສິ່ງແວດລ້ອມ ແລະ ປ່ຽນແປງຂອງດິນຟ້າອາກາດ.