ຫວຽດນາມແລະຝລັ່ງມານະພະຍາຍາມນຳການພົວພັນສອງຝ່າຍສົມກັບຂອບເຂດຄູ່ຮ່ວມມືຍຸດທະສາດ

ຫວຽດນາມແລະຝລັ່ງມານະພະຍາຍາມນຳການພົວພັນສອງຝ່າຍສົມກັບຂອບເຂດຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ ຫງວຽນ​ງອກ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ
 ຫວຽດ​ນາມ ປະ​ຈຳ​ ຝ​ລັ່ງ
ພາບ:TTXVN

 (vovworld)- ​​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຊື່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອນ 9/2013 ເນື່ອງ​ໃນ​ໂອ​ກາດ​ຢ້ຽມ​ຢາມ ຝ​ລັ່ງ ຂອງ​ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ແມ່ນ​ບາດ​ກ້າວ​ຫັນ​ຄວາມ​ຕ​ັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ບັນ​ດາ​ການ​ນຳ​ຫວຽດ​ນາມ ແລະ ຝ​ລັ່ງ ເປັນ​ລະ​ອຽດ ນຳ​ການ​ພົວ​ພັນ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃຫມ່, ມີ​ປະ​ສິດ​ທິ​ຜົນ​ກວ່າ, ເລິກ​ເຊິ່ງກວ່າ, ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ນັບ​ມື້​ນັບ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ ແລະ ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ. ນີ້​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ບົດ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ປາ​ຣີ ຂອງ​ທ່ານ ຫງວຽນ​ງອກ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ຝ​ລັ່ງ ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ຝ​ລັ່ງ. ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ຮອບ​ດ້ານນີ້​ໃຫ້​ເລິກ​ເຊິ່ງກວ່າ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ງອກ​ເຊີນ ຖື​ວ່າ: ສອງ​ປະ​ເທດ ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ຮັກ​ສາ​ບັນ​ດາ​ກົນ​ໄກ​ເຈ​ລະ​ຈາ​ທີ່​ມີ​ຢູ່​ແລ້ວ​ເປັນ​ປະ​ຈຳ, ເອົາ​ໃຈ​ໃສ່​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ຜ່ານ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ ສຳ​ພັດ​ກັບ​ຕະ​ຫລາດ​ຂອງ​ກັນ. ຄຽງ​ຄູ່​ກັນ​ນັ້ນ, ສອງ​ປະ​ເທດ ຄວນ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ສື່​ສານ, ພົບ​ປະ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ