ຫວຽດນາມແລະອີຢິບປະຊຸມປຶກສາດ້ານການເມືອງ
ກອງປະຊຸມປຶກສາດ້ານການເມືອງຫວຽດນາມ - ອີຢິບ ຄັ້ງທີ 8
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ອີຢິບ ລະຫວ່າງວັນທີ 22 - 25/5/2015, ວັນທີ 24/5, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຫວູຮົ່ງນາມ ພ້ອມກັບທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດອີຢິບ Yesir Morad, ເປັນເຈົ້າພາບກອງປະຊຸມປຶກສາດ້ານການເມືອງຫວຽດນາມ - ອີຢິບ ຄັ້ງທີ 8. ກອງປະຊຸມສູມໃສ່ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ພິເສດແມ່ນບັນດາຂົງເຂດການເມືອງ, ເສດຖະກິດ - ສັງຄົມ. 2 ຝ່າຍໄດ້ເຫັນດີເປັນເອກະສັນຊຸກຍູ້ການຮ່ວມມືໃນຂົງເຂດເສດຖະກິດຢ່າງມີປະສິດທິຜົນກ່ວາອີກ, ໃຫ້ສົມກັບການພົວພັນດ້ານການເມືອງອັນດີງາມລະຫວ່າງ 2 ປະເທດໃນປະຈຸບັນ.
ໃນວັນດຽວກັນ, ທ່ານລັດຖະມົນຕີຊ່ວຍວ່າການ ຫວູຮົ່ງນາມ ພົບປະກັບທ່ານລັດຖະມົນຕີກະຊວງຮ່ວມມືສາກົນອີຢິບ Anwae El Ehwany. 2 ຝ່າຍໄດ້ພິຈາລະນາບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນຫຼາຍຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.