ຫວຽດນາມໄດ້ລົງນາມໃນສັນຍາຮ່ວມມືນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບກັບ9ປະເທດ

ຫວຽດນາມໄດ້ລົງນາມໃນສັນຍາຮ່ວມມືນຳໃຊ້ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບກັບ9ປະເທດ - ảnh 1
ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ ນີງ​ທ້ວນ
ພາບ:dienhatnhan.com
(vovworld)-​ ​ຫວຽດ​ນາມ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ຮ່ວມ​ມື​ນຳ​ໃຊ້​ພະ​ລັງ​ງານ​ນິວ​ເຄຼຍ​ເພື່ອ​ຈຸດ​ປະ​ສົງ​ສັນ​ຕິ​ພາບ​ກັບ9ປະ​ເທດ. ນີ້​ແມ່ນ​ສິ່ງ​ທີ່​ຖືກ​ຍົກ​ອອກ​ໃນ​ກອງ​ປະ​ຊຸມ​​ພະ​ລັງ​ງານ​ນິວ​ເຄຼຍ ອາ​ຊີ ຄັ້ງ​ທີ 3 ຊື່ງ​​ຈັດ​ຂຶ້ນ​ໃນ​ວັນ​ທີ 22/1 ຢູ່​ຮ່າ​ໂນ້ຍ. 9 ປະ​ເທດ ຊື່ງ​ຫວຽດ​ນາມ ເຊັນ​ສັນ​ຍາ​ຮ່ວມ​ມື ນັ້ນ​ແມ່ນ: ລັດ​ເຊຍ, ຈີນ, ສ​ເກົາ​ຫລີ, ຍີ່​ປຸ່ນ, ຝ​ລັ່ງ, ອິນ​ເດຍ, ອັກ​ຊັງ​ຕີນ, ກາ​ນາ​ດາ, ອາ​ເມ​ລິ​ກາ. ນອກນັ້ນ ຫວຽດ​ນາມ ກ​ໍ​ເຂົ້າ​ຮ່ວມ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ສາ​ກົນ​ກ່ຽວ​ຂ້ອງ​ເຖິງ​ຂົງ​ເຂດນີ້.

ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ສາ​ກົນ ໄດ້​ແບ່ງ​ປັນ​ບົດ​ຮຽນ​ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ. ທ່ານ ເຈີນ​ຫວຽດ​ແທງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ເນັ້ນ​ຫນັກ​ວ່າ:

        “ກອງ​ປະ​ຊຸມ​ແມ່ນ​ເວ​ທີ​ປາ​ໄສ​ທີ່​ມີ​ປະ​ໂຫຍດ​ເພື່ອ​ໃຫ້​ຜູ້​ແທນ​ແບ​່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ບົດ​ຮຽນ ແລະ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື, ພ້ອມ​ທັງ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ. ບັນ​ດາ​ຜູ້​ແທນ​ຈະ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ຫາ​ກໍ​ເລີ່ມ​ພັດ​ທະ​ນາໄຟ​ຟ້າ​ນິວ​ເຄຼຍ​ຄື ຫວຽດ​ນາມ ຜ​ັນ​ຂະ​ຫຍາຍ​ໂຄງ​ການ​ໄຟ​ຟ້າ​ນິວ​ເຄຼຍ​ຂອງ​ຕົ​ນ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ.”

ຂ່າວ/ບົດ​ອື່ນ