ຫວຽດນາມ ກວດພົບກໍລະນີຕິດເຊື້ອ nCoV ຄົນທີ 15

(VOVWORLD) - ຕອນເຊົ້າວັນທີ 11 ກຸມພາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອພະຍາດສາຍພັນໃໝ່ທີ່ເກີດຈາກໄວຣັດໂຄໂຣນາ (2019 - nCoV) ຕື່ມອີກ 1 ຄົນ. 

ໄລ່ຮອດຕອນເຊົ້າວັນທີ 11 ກຸມພາ, ຫວຽດນາມ ມີ 15 ຄົນຕິດເຊື້ອພະຍາດດັ່ງກ່າວ, ສະເພາະແຕ່ແຂວງ ຫວີງຟຸກ ມີ 10 ກໍລະນີຕິດເຊື້ອ.

        ຜູ້ຕິດເຊື້ອທີ 15 ແມ່ນເດັກຍິງ, ອາຍຸ 3 ເດືອນ, ດຳລົງຊີວິດຢູ່ຕາແສງ ກ໊ວດລຶວ, ເມືອງ ບີງຊວຽນ, ແຂວງ ຫວີງຟຸກ, ເຊິ່ງມີແມ່ເຖົ້າຖືກຕິດເຊື້ອ nCoV ກ່ອນໜ້ານັ້ນ.

        ປັດຈຸບັນ,ເດັກຍິງດັ່ງກ່າວ ພ້ອມກັບແມ່ພວມຖືກແຍກຕົວຢູ່ບ່ອນຕ່າງຫາກ ແລະ ມີສຸຂະພາບເປັນປົກກະຕິ. ປັດຈຸບັນ, ແມ່ຂອງເດັກຍິງແຂງແຮງດີ, ພວມໄດ້ຮັບການຕິດຕາມກວດກາສຸຂະພາບຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ