(vovworld) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນບ່າຍວັນທີ 11/12, ຄະນະຜູ້ແທນຂັ້ນສູງນະຄອນຮ່າໂນ້ຍ ໂດຍທ່ານ ຟ້າມກວາງຫງີ້ ກຳມະການກົມການເມືອງ, ເລຂາຄະນະພັກນະຄອນຮ່າໂນ້ຍ ນຳໜ້າໄດ້ໄປຢ້ຽມຢາມໂຮງຮຽນການເມືອງ - ການປົກຄອງແຂວງຫຼວງພະບາງ. ນີ້ແມ່ນໂຮງຮຽນໂດຍ ນະຄອນຮ່າໂນ້ຍ ມອບໃຫ້ແຂວງຫຼວງພະບາງ, ດ້ວຍມູນຄ່າກວ່າ 2 ລ້ານ USD. ນະທີ່ນີ້, ທ່ານ ຟ້າມກວາງຫງີ້ ໄດ້ຕີລາຄາສູງວຽກງານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງຂອງໂຮງຮຽນ, ບໍ່ພຽງແຕ່ແຂວງຫຼວງພະບາງເທົ່ານັ້ນ, ຫາກຍັງໃຫ້ບັນດາແຂວງທາງພາກເໜືອຂອງລາວ ອີກດ້ວຍ. ທ່ານ ຟ້າມກວາງຫງີ້ ເນັ້ນໜັກວ່າ ນະຄອນຮ່າໂນ້ຍ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ສາຍພົວພັນສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ, ສືບຕໍ່ຊ່ວຍເຫຼືອໂຮງຮຽນໃນຄວາມສາມາດຂອງຕົນ ເພື່ອປະກອບສ່ວນສ້າງໂຮງຮຽນ ນັບມື້ນັບໝັ້ນຄົງເຂັ້ມແຂງ, ບຳລຸງສ້າງບັນດາພະນັກງານທີ່ມີຄຸນນະພາບ, ຮັບໃຊ້ໃຫ້ແກ່ພາລະກິດປ່ຽນໃໝ່ຂອງລາວ ໃຫ້ດີທີ່ສຸດ.