ຫວຽດນາມ ຊ່ວຍ ລາວ ບຳລຸງສ້າງພະນັກງານ
ພາບປະກອບ
(vovworld) –ວັນທີ 23/9, ຢູ່ ຮ່າໂນ້ຍ, ສະຖາບັນການເມືອງ - ການປົກຄອງແຫ່ງຊາດ ໂຮ່ຈີມິນ ໄດ້ໄຂຊຸດຮຽນບຳລຸງດ້ານວິຊາຊີບກ່ຽວກັບວຽກງານໂຄສະນາອົບຮົມໃຫ້ແກ່ພະນັກງານຂອງພັກປະຊາຊົນປະຕິວັດ ລາວ ຊຸດທີ 7 ປີ 2013. ໃນໄລຍະເວລາ 3 ເດືອນ, ບັນດາພະນັກງານຜູ້ເຮັດວຽກງານໂຄສະນາອົບຮົບຂອງ ພັກປະຊາຊົນປະຕິວັດ ລາວ ໄດ້ຊອກຮູ້ບັນດາບັນຫາເປັນພື້ນຖານທີ່ສຳຄັນຂອງທິດສະດີ ມາກ - ເລນີນ, ແນວຄິດປະທານ ໂຮ່ຈີມິນ, ທັດສະນະ, ແນວທາງຂອງພັກກອມມູນິດ ຫວຽດນາມ ກ່ຽວກັບເສັ້ນທາງກ້າວຂຶ້ນສັງຄົມນິຍົມ, ບັນດາບົດຮຽນປ່ຽນໃໝ່ປະເທດຊາດໃນຂົງເຂດຕ່າງໆຄື: ເສດຖະກິດ, ສັງຄົມ ແລະ ວຽກງານໂຄສະນາສຶກສາແນວຄິດ, ທິດສະດີການເມືອງ. ບັນດາຜູ້ເຂົ້າຮ່ວມຊຸດຮຽນ ໄດ້ບຳລຸງສ້າງວຽກງານໂຄສະນາອົບຮົມ, ຄົ້ນຄ້ວາ, ຮັບເອົາບົດຮຽນຂອງການປະຕິວັດ ຫວຽດນາມ.