ຫວຽດນາມ ຍົກສູງໜ້າທີ່ຄວາມຮັບຜິດຊອບຂອງປະເທດໃນການສະກັດກັ້ນ, ລົງໂທດອາດຊະຍາກຳ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍບັນດາບາດກ້າວຄືບໜ້າຫວ່າງມໍ່ໆມານີ້ຢູ່ ຊູດັງ

ຫວຽດນາມ ຍົກສູງໜ້າທີ່ຄວາມຮັບຜິດຊອບຂອງປະເທດໃນການສະກັດກັ້ນ, ລົງໂທດອາດຊະຍາກຳ - ảnh 1 ກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບສະພາບການຂອງຊູດັງ

(ພາບ: TTXVN)

ທີ່ກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບສະພາບການຂອງຊູດັງ, ເຊິ່ງດຳເນີນໃນວັນທີ 10 ທັນວາ, ຫວຽດນາມ ໄດ້ຍົກສູງໜ້າທີ່ຮັບຜິດຊອບແຖວໜ້າຂອງປະເທດໃນການຮັບປະກັນການເຄົາລົບກົດໝາຍວ່າດ້ວຍມະນຸດສະທຳສາກົນ, ສະກັດກັ້ນ ແລະ ລົງໂທດບັນດາອາດຊະຍາກຳອາຍາຮ້າຍແຮງຄື: ອາດຊະຍາກຳສົງຄາມ, ໂທດຕ້ານຄືນມວນມະນຸດ ແລະ ໂທດຮຸກຮານ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ຊົມເຊີຍບັນດາບາດກ້າວຄືບໜ້າຫວ່າງມໍ່ໆມານີ້ຢູ່ ຊູດັງ, ໃນນັ້ນມີການລົງນາມໃນຂໍ້ຕົກລົງສັນຕິພາບເມື່ອວັນທີ 03 ຕຸລາ ຜ່ານມາ. ທ່ານເອກອັກຄະລັດຖະທູດ ຟ້າມຫາຍແອັງ ໄດ້ສະແດງຄວາມວິຕົກກັງວົນກ່ຽວກັບຂໍ້ມູນມີການໃຊ້ຄວາມຮຸງແຮງເພີ່ມຂຶ້ນລະຫວ່າງບັນດາປະຊາຄົມຊູດັງ ເຮັດໃຫ້ສາມັນຊົນຫຼາຍຄົນເສຍຊີວິດ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ. ທ່ານເອກອັກຄະລັດຖະທູດປາດຖະໜາວ່າ, ລັດຖະບານ ຊູດັງ ຈະສືບຕໍ່ມານະພະຍາຍາມແກ້ໄຂບັນຫານີ້.

ຕອບກັບ

ຂ່າວ/ບົດ​ອື່ນ