ຫວຽດນາມ ຍູ້ແຮງການປົກປ້ອງ ສິດຂອງຜູ້ອຸປະໂພກບໍລິໂພກ

ຫວຽດນາມ ຍູ້ແຮງການປົກປ້ອງ  ສິດຂອງຜູ້ອຸປະໂພກບໍລິໂພກ - ảnh 1
                     ຜູ້​ອຸປະ​ໂພ​ກບໍລິ​ໂພ​ກຕ້ອງມີສິດເລືອກເຟັ້ນສິນຄ້າ
                                  ພາບປະກອບ: internet


(vovworld) - ​ເນື່ອງ​ໃນ​ໂອກາດ​ “ວັນ​ແຫ່ງ​ສິດ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກ” ຕອນ​ເຊົ້າ​ວັນ​ທີ 15/3 ຢູ່ ນະຄອນ​ໂຮ່ຈິ​ມີນ ​ໄດ້​ດຳ​ເນີນ​ງານ​ຊຸມນຸມ​ມິດ​ຕິງ​ລະນຶກ​ວັນ​ດັ່ງກ່າວ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ປົກ​ປ້ອງ​ສິດ​ຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ​ແມ່ນ​ປົກ​ປ້ອງ​ພວ​ກ​ເຮົາ​ເອງ.” ກ່າວ​ຄ​ຳ​ເຫັນ​ນະ​ພິທີ, ທ່ານ ​ເຈີ​ນກວກຕວັນ, ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ຢູ່ ຫວຽດນາມ ວຽກ​ງານ​ປົກ​ປ້ອງ​ສິດຜົນ​ປະ​ໂຫຍ​ດຂອງ​ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກທີ່​ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຈາກ​ພັກ ​ແລະ ລັດ, ພົ້ນ​ເດັ່ນ​ແມ່ນ​ການ​ປະກາດ​ໃຊ້ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກດ້ວຍ​ບັນດາ​ສິດ​ລະອຽດ​ຄື: ສິດ​ໄດ້​ຮັບ​ຄວາມ​ປອດ​ໄພ, ສິດ​ໄດ້​ຮັບ​ຂ່າວ​ຄາວ, ສິດ​​ໃນ​ການ​ເລືອກ​ເຟັ້ນ, ສິດ​ໄດ້​ຮັບ​ຟັງ... ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຮັບປະກັນ​ສິດ​ຂອງ ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ, ທ່ານ ​ເຈີ​ນວິນຍູງ, ຮອງ​ຫົວຫນ້າ​ພະ​ແນ​ກອຸດສາຫະກຳ​ການ​ຄ້າ ນະຄອນ​ໂຮ່ຈິ​ມີນ ຊີ້​ແຈງ​ວ່າ:

“ພວກ​ເຮົາ​ຕ້ອງ​ໂຄສະນາ​ຢ່າງ​ກວ້າງຂວາງ​ເພື່ອ​ໃຫ້ ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ​ຮູ້​ຈັກ​ເຖິງ​ສິດຜົນປະ​ໂຫຍ​ດຂອງ​ຕົນຊຶ່ງ​ໄດ້​ຢັ້ງຢືນ​ໃນ​ກົດໝາຍປົກ​ປ້ອງ​ສິດຜົນປະ​ໂຫຍ​ດຂອງ ຜູ້​ອຸປະ​ໂພ​ກບໍລິ​ໂພ​ກ ຫວຽດນາມ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ໃຫ້​ກົດໝາຍ​ໄດ້​ຮັບ​ການ​ສະ​ຫນັບສະ​ຫນູນຈາກ​ທຸກ​ຄົນ ​ແລະ ປະຕິບັດ​ຢ່າງ​ເຂັ້ມ​ງວດ, ​ເລື່ອງ​ໂຄສະນາ ​ແລະ ​ເຜີຍ​ແຜ່​ການ​ສຶກສາ​ທາງ​ດ້ານ​ກົດໝາຍ ​ແມ່ນ​ສິ່ງ​ຈຳ​ເປັນ​ທີ່​ສຸດ. ວຽກ​ງານ​ນີ້​ໄດ້​ທາງ​ນະຄອນ​ຈະຍູ້​ແຮງ​ໃນ​ໄລຍະ​ຈະ​ມາ​ເຖິງ.”

ຕອບກັບ

ຂ່າວ/ບົດ​ອື່ນ