ຫວຽດນາມ ຕັ້ງໜ້າ ເຂົ້າຮ່ວມການຊອກຫາ ເຮືອບິນຖືກຫາຍສາບສູນ ຂອງ ມາເລເຊຍ
ທະຫານເຮືອ ຫວຽດນາມ ສັງເກດໜ້ານ້ຳທະເລຈາກເຮືອບິນ
(ພາບ: dantri.com.vn)
(vovworld) – ຕອນເຊົ້າວັນທີ 10/3, ຢູ່ກອງບັນຊາການຄະນະກຳມະການແຫ່ງຊາດກູ້ໄພກູ້ຊີບ, ທ່ານພົນໂທ ໂດ໋ບ໋າຕິ, ຫົວໜ້າເສນາທິການ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ປະຊຸມກັບບັນດາກຳລັງກູ້ໄພກູ້ຊີບຂອງກະຊວງປ້ອງກັນປະເທດເພື່ອຮັບຟັງລາຍງານ ແລະ ຊີ້ນຳໂດຍກົງວຽກງານຊອກຫາເຮືອບິນຂອງ ມາເລເຊຍ ຖືກຫາຍສາບສູນ. ພົນຕີ ຫວໍວັນຕວນ, ຮອງຫົວໜ້າເສນາທິການກອງທັບປະຊາຊົນ ຫວຽດນາມ, ຮອບປະທານຄະນະກຳມະການປ້ອງກັນຄວາມສະຫງົບການບິນພົນລະເຮືອນແຫ່ງຊາດ ໃຫ້ຮູ້ວ່າ:
“ການສົມທົບລະຫວ່າງບັນດາກຳລັງຂອງພວກເຮົາໄດ້ຈັດແບ່ງຕາມຫຼັກການຕາມບໍລິເວັນໃນປະຈຸບັນ ມີກຳປັ່ນຂອງທະຫານເຮືອ ອາເມລິກາ ເຂົ້າຮ່ວມການຊອກຫາ ກັບເຮືອບິນຂອງ ມາເລເຊຍ, ສ່ວນຝ່າຍ ຈີນ ໄດ້ໃຫ້ອະນຸຍາດກຳປັ່ນທະຫານເຮືອ 2 ລຳ ທີ່ມີເລກໝາຍ 528 ແລະ 999 ຈະເຂົ້າບໍລິເວັນກ່ຽວຂ້ອງເຖິງເຂດນ່ານທະເລຂອງ ຫວຽດນາມ ເຄື່ອນໄຫວພ້ອມກັບພວກຂ້າພະເຈົ້າ. ”
ຊີ້ນຳກອງປະຊຸມ, ທ່ານພົນໂທ ໂດ໋ບ໋າຕິ, ຫົວໜ້າເສນາທິການກອງທັບປະຊາຊົນ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາກຳລັງ ກູ້ໄພກູ້ຊີບ ຫວຽດນາມ ດຳເນີນການເກັບກູ້ວັດຖຸທີ່ກ່ຽວຂ້ອງໂດຍໄວ, ເມື່ອພົບເຫັນວັດຖຸຕ້ອງລາຍງານຕໍ່ກອງບັນຊາການໃນທັນທີ.