ທ່ານນາງຮອງປະທານປະເທດ Nguyen Thi Doan
ຕ້ອນຮັບທ່ານ Taleb Rifai ເລຂາທິການໃຫຍ່UNWTO
ພາບ:TTXVN
|
(vovworld) - ວັນທີ 20/4, ທີການຕ້ອນຮັບທ່ານ Taleb Rifai ເລຂາທິການໃຫຍ່ອົງການທ່ອງທ່ຽວໂລກ (UNWTO) ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ, ທ່ານນາງຮອງປະທານປະເທດ ຫວຽດນາມ Nguyen Thi Doan ຖືວ່າ: ອົງການທ່ອງທ່ຽວໂລກ ໄດ້ໃຫ້ການຊ່ວຍເຫລືອ ຫວຽດນາມ ຫລາຍຢ່າງໃນການພັດທະນາຂະແຫນງທ່ອງທ່ຽວໃນໄລຍະຜ່ານມາ ສະນັ້ນ ຂະແຫນງທ່ອງທ່ຽວ ຫວຽດນາມ ກໍໄດ້ພັດທະນາຕາມທິດຍືນຍົງ, ກໍ່ສ້າງສະຖານທີ່ທ່ອງທ່ຽວລືຊື່ຫລາຍແຫ່ງ. ທ່ານນາງຮອງປະທານປະເທດປາດຖະຫນາວ່າ ໃນໄລຍະຈະມາເຖິງ, ອົງການທ່ອງທ່ຽວໂລກ ຈະມີຄວາມເອົາໃຈໃສ່, ຊ່ວຍເຫລືອຂະແຫນງທ່ອງທ່ຽວ ຫວຽດນາມ ໃນການສ້າງເຄື່ອງໝາຍ, ໂຄສະນາພາບພົດ, ຜະລິດຕະພັນ, ບຳລຸງສ້າງແຫລ່ງຊັບພະຍາກອນມະນຸດໃຫ້ແກ່ທ່ອງທ່ຽວຂອງຫວຽດນາມ ກວ່າອີກ , ພັດທະນາການທ່ອງທ່ຽວໄປຄຽງຄູ່ກັບການຮັບປະກັນຊີວິດສັງຄົມ, ປົກປັກຮັກສາສິ່ງແວດລ້ອມ.