ຫວຽດນາມ ພວມສືບຕໍ່ການປະຕິຮູບດ້ານກົດໝາຍ

(VOVWORLD) -ວັນທີ 11 ເມສາ, ທີ່ການຖະແຫລງຂ່າວປະຈຳເດືອນເມສາຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມກ່ຽວກັບຂ່າວຄາວທີ່ວ່າ ຫວ່າງແລ້ວນີ້ ອົງການອະໄພຍະໂທດໂລກ ໄດ້ອອກແຈ້ງການໃຫ້ຮູ້ວ່າ

ຫວຽດນາມ ແມ່ນປະເທດຢືນອັນດັບ 4 ໃນໂລກກ່ຽວກັບຈຳນວນຄະດີຕັດສິນລົງໂທດປະຫານຊີວິດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢືນຢັນວ່າ: ເລື່ອງປະຕິບັດການຕັດສິນລົງໂທດປະຫານຊີວິດ ແມ່ນຂຶ້ນກັບອະທິປະໄຕແຫ່ງຊາດ ແລະ ຕຸລາການອາຍາປະຈຸບັນ ຍັງໄດ້ຮັບການປະຕິບັດຢູ່ຫລາຍປະເທດໃນໂລກ. ເລື່ອງຢຸດຕິ ຫລື ຍົກເລີກການຕັດສິນລົງໂທດປະຫານຊີວິດ ກໍ່ໄດ້ຮັບການກຳນົດໃນບັນດາຂໍ້ ສັນຍາສາກົນກ່ຽວກັບສິດທິມະນຸດ ຊື່ງຫວຽດນາມ ແມ່ນສະມາຊິກ.

ຕອບກັບ

ຂ່າວ/ບົດ​ອື່ນ