ຫວຽດນາມ ພ້ອມກັບ Ukaraina ນຳສາຍພົວພັນ2 ປະເທດຂຶ້ນສູູ່່ລະດັບສູງໃໝ່
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ Ukraina
(ພາບ: nguyentandung.org)
|
(vovworld) - ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ Ukaraina ນຳສາຍພົວພັນລະຫວ່າງ 2 ປະເທດ ຂຶ້ນສູ່ລະດັບສູງໃໝ່, ແມ່ນຂົວເຊື່ອມຕໍ່ລະຫວ່າງ Ukaraina ກັບບັນດາປະເທດ ອາຊຽນ. ນັ້ນແມ່ນການຢັ້ງຢືນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີນຢູງ ເມື່ອຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ Ukaraina K. Grishenko ພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການເມື່ອວັນທີ 7/3 ຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ 2 ຝ່າຍດຳເນີນການເຈລະຈາສັນຍາການຄ້າເສລີໂດຍໄວ, ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ ສິນໃນນ້ຳຫວຽດນາມ ສົ່ງເຂົ້າຕະຫຼາດ Ukaraina, ເພີ່ມທຶນສຶກສາໃຫ້ແກ່ນັກສຶກສາຫວຽດນາມ ທີ່ໄປຮ່ຳຮຽນຢູ່ Ukaraina, ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມ ທຳມາຫາກິນ, ຮ່ຳຮຽນ, ດຳລົງຊີວິດຢູ່ Ukaraina.