(ພາບປະກອບ)
(vovworld) – “ຊຸກຍູ້ການພັດທະນາການສົ່ງອອກຢ່າງໝັ້ນຄົງ” ແມ່ນຫົວຂໍ້ຂອງເວທີປາໄສການສົ່ງອອກປີ 2013 ໃນຂອບເຂດງານຕະຫລາດນັດການຄ້າສາກົນຫວຽດນາມ ຄັ້ງທີ 23 (VIETNAM EXPO 2013) ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 11/04, ຢູ່ຮ່າໂນ້ຍ.
ຕາມກົມຂ້າອອກຂ້າເຂົ້າ, ກະຊວງອຸດສາຫະກຳການຄ້າແລ້ວ, ໃນ 3 ເດືອນຕົ້ນປີ 2013, ການເຄື່ອນໄຫວສົ່ງອອກຂອງຫວຽດນາມ ສືບຕໍ່ບັນລຸໄດ້ໝາກຜົນທີ່ໜ້າຊື່ນຊົມ ດ້ວຍວົງເງິນສົ່ງອອກບັນລຸເກືອບ 30 ຕື້ນ USD, ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະກ່ຽວກັນຂອງປີ 2012. ແຕ່ເລື່ອງສົ່ງອອກຂອງຫວຽດນາມ ຢັງບໍ່ທັນໝັ້ນຄົງ, ຂອບຂະໜາດການສົ່ງອອກຍັງໜ້ອຍຢູ່, ບໍ່ທັນເໝາະສົມກັບຄວາມສາມາດບົ່ນຊ້ອນ. ທ່ານ ໂດ້ທັງຫາຍ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳການຄ້າ, ຖືວ່າ.
“ດ້ວຍພື້ນຖານເສດຖະກິດທີ່ເຊື່ອມໂຫຍງຢ່າງເລີກເຊິ່ງກວ້າງຂວາງຄືຫວຽດນາມ, ການພັດທະນາການສົ່ງອອກຢ່າງໝັ້ນຄົງ ແມ່ນໜ້າທີ່ສຳຄັນອັນດັບໜຶ່ງໃນປະຈຸບັນ. ພັດທະນາການສົ່ງອອກຢ່າງໝັ້ນຄົງຮຽກຮ້ອງໃຫ້ພວກເຮົາຕ້ອງມີມາດຕະການເປັນພື້ນຖານກ່ຽວກັບການຜະລິດ, ຫັນປ່ຽນໂຄງປະກອບເສດຖະກິດ, ໃນນັ້ນເອົາໃຈໃສ່ເປັນພິເສດເຖິງການຍົກສູງສະມັດຕະພາບ, ຄຸນະພາບ, ມູນຄ່າຜະລິດຕະພັນສົ່ງອອກ, ມີນະໂຍບາຍຢ່າງຖືກຕ້ອງ, ເໝາະສົມເພື່ອພັດທະນາຂະແໜງອຸດສາຫະກຳສຳຮອງ, ພັດທະນາເຂດວັດຖຸດິບຕິດພັນກັບການຜະລິດ, ປຸງແຕ່ງ ແລະ ສົ່ງອອກ, ເອົາໃຈໃສ່ເປັນພິເສດເຖິງການປະຢັດຊັບພະຍາກອນ, ປົກປັກຮັກສາສິ່ງແວດລ້ອມ”.