ຫວຽດນາມ ມຸ່ງໄປເຖິງເປົ້າໝາຍສົ່ງອອກເຂົ້າສານຢ່າງໝັ້ນຄົງ

(VOVWORLD) - ຕອນບ່າຍວັນທີ 10 ຕຸລາ ທີ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສາກົນກ່ຽວກັບຜະລິດຕະພັນເຂົ້າສານ ຫວຽດນາມ.
ຫວຽດນາມ ມຸ່ງໄປເຖິງເປົ້າໝາຍສົ່ງອອກເຂົ້າສານຢ່າງໝັ້ນຄົງ - ảnh 1 ການສົ່ງອອກເຂົ້າສານບັນລຸໄດ້ກ່ວາ 4,7 ລ້ານໂຕນ, ດ້ວຍມູນຄ່າ 2,38 ຕື້ USD (ພາບ: TTXVN)

ຕາມການສະຖິຕິແລ້ວ, ປີ 2017, ຫວຽດນາມ ເປັນປະເທດຢືນອັນດັບທີ 3 ໃນໂລກກ່ຽວກັບປະລິມານສົ່ງອອກເຂົ້າສານ. ໄລ່ຮອດວັນທີ 15 ກັນຍາ ຜ່ານມາ, ການສົ່ງອອກເຂົ້າສານບັນລຸໄດ້ກ່ວາ 4,7 ລ້ານໂຕນ, ດ້ວຍມູນຄ່າ 2,38 ຕື້ USD. ເພື່ອມຸ່ງໄປເຖິງເປົ້າໝາຍສົ່ງອອກເຂົ້າສານຢ່າງໝັ້ນຄົງ ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໂດທັ໊ງຫ໋າຍ ໃຫ້ຮູ້ວ່າ:

        ຫວຽດນາມ ເປັນຄັ້ງທຳອິດທີ່ຈັດຕັ້ງກອງປະຊຸມສາກົນກ່ຽວກັບຜະລິດຕະພັນເຂົ້າສານ ຫວຽດນາມ ເພື່ອແນະນຳກັບເພື່ອນມິດສາກົນ, ບັນດາວິສາຫະກິດກ່ຽວກັບພາບພົດ, ຜະລິດຕະພັນເຂົ້າສານຂອງ ຫວຽດນາມ ທີ່ມີບັນດາບາດກ້າວພັດທະນາກ່ຽວກັບຄຸນນະພາບ, ມີຫລາຍຮູບຫລາຍແບບກ່ຽວກັບສາຍພັນ, ມີຄວາມສາມາດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການສູງຂອງລູກຄ້າ. ພ້ອມທັງ, ຮັບເອົາ ແລະ ໄດ້ຮັບການແບ່ງປັນບົດຮຽນປະກອບບັນດາຄຳຄິດຄຳເຫັນຕໍ່ການກຳນົດທິດກ່ຽວກັບການຜະລິດ ແລະ ສົ່ງອອກ, ກໍ່ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າເຂົ້າສານຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ