ສະມາຊິກສະພາແຫ່ງຊາດຍິງຢູ່ຫວຽດນາມ
(ພາບ: ພາບອີນດຕີແນດ)
(vovworld) ອົງການສະຫະປະຊາຊາດເພື່ອການພັດະນາ (UNDP) ຫາກໍປະກາດກ່ຽວກັບການພັດທະນາມະນຸດປີ 2013 ດ້ວຍຫົວຂໍ້ວ່າ “ຄວາມພົ້ນເດັ່ນຂອງພາກໃຕ້: ຄວາມກ້າວໜ້າຂອງມະນຸດໃນໂລກແຫ່ງຫຼາຍຮູບຫຼາຍສີ”, ໃນນັ້ນໃຫ້ຮູ້ວ່າ ອັດຕາສ່ວນສະມາຊິກສະພາແຫ່ງຊາດຍິງຂອງບັນດາປະເທດໃນໂລກນັບມື້ນັບສູງຂຶ້ນ, ຕາມບົດລາຍງານແລ້ວ, ຫວຽດນາມ ມີອັດຕາສ່ວນສະມາຊິກສະພາແຫ່ງຊາດຍິງຢືນອັນດັບທີ 2 ໃນອາຊຽນ. ຫວຽດນາມ ກໍແມ່ນປະເທດຢືນອັນດັບທີ 3 ໃນອາຊຽນກ່ຽວກັບດັດຊະນີຄວາມສະເໝີພາບລະຫວ່າງຍິງຊາຍຖັດຈາກສິງກະໂປ ແລະ ມາເລເຊຍ, ພ້ອມທັງຢືນອັນດັບທີ 48 ໃນທົ່ວໂລກກ່ຽວກັບດັດຊະນີດັ່ງກ່າວ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ບົດລາຍງານຂອງ UNDP ຊີ້ໃຫ້ເຫັນວ່າ ປະເທດທີ່ມີອັດຕາສ່ວນແມ່ຍິງເຂົ້າຮ່ວມສະພາແຫ່ງຊາດຫຼາຍກວ່າໝູ່ຢູ່ໃນໂລກແມ່ນ Ruanda - ເຊິ່ງແມ່ນປະເທດທີ່ທຸກຍາກ ແລະ ມີການພັດທະນາຢ່າງຊັກຊ້າຢູ່ອາຟລິກາກາງ, ຫາກບໍ່ແມ່ນບັນດາປະເທດພັດທະນາຄືອາເມລິກາ, ເອີລົບ ຫຼື ບາງປະເທດຢູ່ອາຊີ.