(vovworld) – ຕອນບ່າຍວັນທີ 10/5, ຢູ່ນະຄອນຫຼວງ ວຽງຈັນ, ຜູ້ຕາງໜ້າພະແນກຕິດຕໍ່ພົວພັນຫຼັກຊັບ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ວຽງຈັນ ໄດ້ເຊັນບົດບັນທຶກຊ່ວຍຈຳ (MOU) ກ່ຽວກັບການຊຸກຍູ້ການຮ່ວມມືໃນໄລຍະຈະມາເຖິງ. ຕາມບົດບັນທຶກຊ່ວຍຈຳດັ່ງກ່າວແລ້ວ, ຜູ້ຕາງໜ້າຂອງ 3 ພະແນກຕິດຕໍ່ພົວພັນຫຼັກຊັບຊຸກຍູ້ການຮ່ວມມືຮອບດ້ານໃນຫຼາຍຂົງເຂດຄື: ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃນການຕິດຕໍ່ພົວພັນ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເຕັກໂນໂລຢີຂໍ້ມູນຂ່າວສານ. ເອກະສານຮ່ວມມືນີ້ເປັນຂີດໝາຍບາດກ້າວສຳຄັນໃນການພັດທະນາການຮ່ວມມືຂະແໜງບໍລິການການເງິນຫຼັກຊັບລະຫວ່າງ 2 ປະເທດ ລາວ ແລະ ຫວຽດນາມ.
ແລະກໍ່ໃນຕອນບ່າຍວັນທີ 10/5, ຢູ່ນະຄອນຫຼວງ ວຽງຈັນ, ໂດຍໄດ້ຮັບການຊ່ວຍເຫຼືອຂອງກະຊວງຖະແຫຼງຂ່າວ ແລະ ໂທລະຄົມ ຫວຽດນາມ, ສະຖາບັນຖະແຫຼງຂ່າວວັດທະນະທຳ ລາວ ໄດ້ຈັດຕັ້ງພິທີອັດຊຸດຝຶກອົບຮົບຄວາມສາມາດຂຽນບົດກ່ຽວກັບ “ແບບຢ່າງວຽກດີຄົນເດັ່ນ”. ນີ້ແມ່ນຊຸດຝຶກອົບຮົມສຳລັບນັກຂ່າວ ລາວ ໃນການຍົກສູງຄວາມສາມາດຂຽນບົດໜັງສືພິມໃນໂຄງການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດລະຫວ່າງ 2 ກະຊວງ.