ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືກ່ຽວກັບແຮງງານ ແລະ ສະຫວັດດີການສັງຄົມ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືກ່ຽວກັບແຮງງານ ແລະ ສະຫວັດດີການສັງຄົມ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວງ​ຟຸກ
(ພາບ: VGP/Lê Sơn)

(vovworld) – ວັນ​ທີ 1/7, ຢູ່​ນະຄອນ ​ເຫ້ວ ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງ​ທີ 3 ລະຫວ່າງ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ກັບ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ລາວ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວງ​ຟຸກ, ປະທານຄະນະກຳມາທິການ​ຮ່ວມ​ມື ຫວຽດນາມ - ລາວ ຮັບຮູ້, ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ກະຊວງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພິ​ເສດ​ແມ່ນ​ເລື່ອງ​​ເຊັນ​ສັນຍາ​ຮ່ວມ​ມື​ແຮງ​ງານ​ລະ​ຫວ່າງ 2 ລັດຖະບານ ຫວຽດນາມ ​ແລະ ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​​ໃນ​ໄລຍະ​ຈະ​ມາ​ເຖິງ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ກັບ ກະຊວງ​ແຮງ​ງານ ​​ແລະ ສະຫວັດດີ​ການ​ສັງຄົມ ລາວ ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ຂອບ​ຂະໜາດ​ຍິ່ງກ່ວາ​ອີກ, ມີຫຼາຍ​ຮູບ​ຫຼາຍ​ແບ​ບ, ອຸດົມສົມ​ບຸນ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ 2 ປະ​ເທດ.

ທີ່​ກອງ​ປະຊຸມ​ກໍ່​ໄດ້​ດຳ​ເນີນ​ພິທີ​ເຊັນ​ສັນຍາ​ຮ່ວມ​ມື​ແຮງ​ງານ​ລະຫວ່າງ ລັດຖະບານ ຫວຽດນາມ ​ແລະ ລັດຖະບານ ລາວ, ຂໍ້​ຕົກລົງ​ຮ່ວມ​ມື​ດ້ານແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ​ລະ​ຫວ່າງ 2 ກະຊວງ, ບົດ​ບັນທຶກ​ຊ່ວຍ​ຈຳ​ກອງ​ປະຊຸມ​ລັດຖະມົນຕີ​ກະຊວງ​​ແຮງ​ງານ ​ແລະ ສະຫວັດ​ດີກາ​ນສັງຄົມ ຫວຽດນາມ - ລາວ ຄັງ​ທີ 3. ກອງ​ປະຊຸມ​ຄັ້ງທີ 4 ຈະ​ຈັດ​ຕັ້ງ​ຢູ່​ລາວ​ໃນ​ປີ 2015.

 

 

ຂ່າວ/ບົດ​ອື່ນ