(vovworld) - ກອງປະຊຸມສຳມະນາ “ຍູ້ແຮງການຮ່ວມມືສາກົນໃນການດຶງດູດເງິນລົງທຶນເຂົ້າໃນຂົງເຂດສາທາລະນະສຸກ” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI) ແລະ ກຸ່ມບໍລິສັດ Mercatus ສິງກະໂປ ສົມທັບກັນຈັດຕັ້ງເມື່ອວັນທີ 23/8, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ປະລິຍາເອກ Doan Duy Khuong, ຮອງປະທານ VCCI ໄດ້ຖືວ່າ ກອງປະຊຸມສຳມະນາຈະຊ່ວຍໃຫ້ວິສາຫະກິດສຳພັດ, ຮໍ່າຮຽນເອົາບົດຮຽນຈາກບັນດາອົງການ, ຄັງລົງທຶນຈາກຕ່າງປະເທດທີ່ມີປະສົບການໃນຂົງເຂດສາທາລະນະສຸກ, ຜ່ານນັ້ນສະແຫວງຫາແຫຼ່ງທຶນ, ສົ່ງເສີມການຮ່ວມມື, ຮ່ວມສຳພັນດຳເນີນທຸລະກິດ, ກ້າວໄປເຖິງການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງ, ຊ່ວຍເປີດກວ້າງຂົງເຂດເບິ່ງແຍງສຸຂະພາບຢູ່ຫວຽດນາມ ໃຫ້ພັດທະນາທຽບເທົ່າກັບບັນດາປະເທດກ້າວໜ້າໃນພາກພື້ນ. ທ່ານປະທານກຸ່ມບໍລິສັດ Mercatus ສິງກະໂປ ຮັບພິດຊອບເປັນທີ່ປຶກສາ ແລະ ລົງທຶນການເງິນສາກົນ, Ravidran Govindan ໄດ້ເນັ້ນໜັກວ່າ ກອງປະຊຸມສຳມະນາໄດ້ຊ່ວຍໃຫ້ປະຊາຊົນຫວຽດນາມ ແລະ ບັນດາປະເທດອື່ນ ໄດ້ຖືຂົງເຂດເບິ່ງແຍງສຸຂະພາບແມ່ນຂົງເຂດທີ່ສຳຄັນ ເພື່ອລົງທຶນ ແລະ ພັດທະນາ ຢ່າງວ່ອງໄວ; ພ້ອມທັງ ປາດຖະໜາວ່າ ຈະພ້ອມກັບບັນດາການນຳຫວຽດນາມ ສ້າງຄວາມຫັນປ່ຽນກ່ຽວກັບສະຕິຄວາມຮູ້ໃນຂົງເຂດເບິ່ງແຍງສຸຂະພາບ, ເຊິ່ງລວມທັງບັນດາໂອກາດລົງທຶນ, ເຕັກໂນໂລຊີ, ລະບົບ ແລະ ຫົວຂໍ້ອື່ນໆອີກ.