ຫວຽດນາມ ສືບຕໍ່ຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງຊາຍ
ບັນດາຜູ້ແທນເຂົ້າຮ່ວມລາຍການ
ພາບ:internet
|
(vovworld)- ຕອນຄ່ຳວັນທີ 20/10 ຢູ່ ຮ່າໂນ້ຍ, ໄດ້ດຳເນີນລາຍການ "ຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງຊາຍ ຢູ່ຫວຽດນາມ". ລາຍການດັ່ງກ່າວໂດຍອົງການ ສປຊ ກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງຊາຍ ແລະ ມອບສິດໃຫ້ແມ່ຍິງ (UN Women) ແລະ ສູນກາງສະຫະພັນຊາວຫນຸ່ມ ຫວຽດນາມ, ສູນອາສາສະໝັກແຫ່ງຊາດ ສົມທົບກັນຈັດຕັ້ງ. ໃນບົດກ່າວປາໄສໄຂລາຍການ, ທ່ານນາງ Shoko Ishikawa, ຫົວຫນ້າຜູ້ຕາງຫນ້າ ອົງການ UN Women ປະຈຳຫວຽດນາມ ໄດ້ເນັ້ນຫນັກເຖິງ ເລື່ອງ “ເພດຊາຍຕ້ອງແມ່ນຜູ້ຕໍ່ສູ້ເພື່ອຄວາມສະເຫມີພາບ ລະຫວ່າງຍິງຊາຍ ແລະ ພ້ອມກັນສົມທົບກັບແມ່ຍິງ”. ທ່ານ ຫງວຽນຟີລອງ, ເລຂາສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ, ປະທານສະຫະພັນຊາວຫນຸ່ມຫວຽດນາມ ຮຽກຮ້ອງສັງຄົມ ແລະ ວົງຄະນາຍາດ ຈົ່ງມີການເຄື່ອນໄຫວເພື່ອສ້າງອະນາຄົດໃຫ້ແກ່ຊາວຫນຸ່ມ, ຜູ້ຊາຍ, ແມ່ຍິງ, ເດັກຍິງເດັກຊາຍ ສາມາດພັດທະນາຢ່າງຄົບຖ້ວນ ແລະ ອຸທິດສ່ວນເພື່ອສັງຄົມສະເຫມີພາບ ແລະ ໝັ້ນຄົງ.