ຫວຽດນາມ - ອິນເດຍຄວນເພີ່ມທະວີ ການຮ່ວມມືໃນຂົງເຂດທ່ອງທ່ຽວ

ຫວຽດນາມ - ອິນເດຍຄວນເພີ່ມທະວີ ການຮ່ວມມືໃນຂົງເຂດທ່ອງທ່ຽວ - ảnh 1
ທ່ານ ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​
ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ​ອິນ​ເດຍ
(ພາບ: baomoi.com)

(vovworld) – ຕອນ​ຄຳ່​ວັນ​ທີ 25/5, ທ່ານ ​ເລ​ແທງ​ຫາຍ, ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈີ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ພັກ​ກອມ​ມູນິດ​ອິນ​ເດຍ ​ໂດຍ​ທ່ານ​ເລຂາທິການ​ໃຫຍ່​ພັກ Suravaram Sudhakar Reddy ນຳ​ໜ້າ ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ ​ເລ​ແທງ​ຫາຍ ຢືນຢັນ​ວ່າ ນະຄອນ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື, ນັກ​ລົງທຶນ, ວິ​ສາ​ຫະກິດ​ຕ່າງປະ​ເທດ​ໃຫ້​ຫຼາຍ​ກວ່າ​ອີກ, ​ໃນ​ນັ້ນ​ມີ​ອິນ​ເດຍ. ສ່ວນທ່ານ​ເລຂາທິການ​ໃຫຍ່​ພັກກອມ​ມູນິດ​ອິນ​ເດຍ Suravaram Sudhakar Reddy ກໍ່​ຖື​ວ່າ ບັນດາ​ໝາກຜົນ​ເຊິ່ງຫວຽດນາມ​ ບັນລຸ​ໄດ້​ນັ້ນ​ແມ່ນ​ຍ້ອນ​ມີບົດບາດ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່​ພັກກອມ​ມູນິດ​ອິນ​ເດຍ ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາມ ​ແລະ ຖື​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການທ່ອງທ່ຽວ.

ຂ່າວ/ບົດ​ອື່ນ