ຫວຽດນາມ - ອາເມລິກາ ຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ ແລະ ຫຼາຍຝ່າຍ
ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ
ຕ້ອນຮັບທ່ານນາງຮອງຜູ້ຊ່ວຍວຽກປະທານາທິບໍດີ, ຮອງທີ່ປຶກສາດ້ານປ້ອງກັນປະເທດອາເມລິກາ
(ພາບ: chinhphu.vn)
(vovworld) - ຕອນບ່າຍວັນທີ 09/12, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງຮອງຜູ້ຊ່ວຍວຽກປະທານາທິບໍດີ, ຮອງທີ່ປຶກສາດ້ານປ້ອງກັນປະເທດອາເມລິກາ ຮັບຜິດຊອບດ້ານເສດຖະກິດສາກົນ Caroline Atkinson ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານນັບທັງການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍກັບອາເມລິກາ ຢ່າງບໍ່ຢຸດຢັ້ງ. ທ່ານສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງໃນການພົວພັນລະຫວ່າງ 2 ປະເທດໃນໄລຍະຜ່ານມາ, ພິເສດແມ່ນເລື່ອງ 2 ຝ່າຍກຳນົດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ, ບັນລຸໄດ້ຂໍ້ຕົກລົງດ້ານເສດຖະກິດສຳຄັນຈຳນວນໜຶ່ງ ແລະ ຊຸກຍູ້ການເຈລະຈາສັນຍາການຄ້າເສລີຂ້າມປາຊີຝີກ (TPP) ຢ່າງແທດຈິງ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ ສະເໜີໃຫ້ 2 ຝ່າຍຈົ່ງຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການພົບປະຂັ້ນສູງ; ອາເມລິກາ ເພີ່ມທະວີການໜູນຊ່ວຍ ແລະ ຍົກສູງຄວາມສາມາດໃຫ້ແກ່ຫວຽດນາມ ເພື່ອປະຕິບັດສັນຍາ TPP ຢ່າງຄົບຖ້ວນ; ຮັບຮອງຫວຽດນາມ ມີພື້ນຖານເສດຖະກິດການຕະຫຼາດໂດຍໄວ; ລົງລ້າງຮົ້ວກີດຂວາງດ້ານການຄ້າສຳລັບສິນຄ້າຫວຽດນາມ ທີ່ສົ່ງໄປຂາຍຢູ່ອາເມລິກາ.