ຫວຽດນາມ - ຮູງກາຣີ ເຊັນສັນຍາຮ່ວມມືກ່ຽວກັບດ້ານວັດທະນະທຳ

ຫວຽດນາມ - ຮູງກາຣີ ເຊັນສັນຍາຮ່ວມມືກ່ຽວກັບດ້ານວັດທະນະທຳ - ảnh 1
(ພາບປະກອບຈາກ gdtd.vn)

(vovworld) - ວັນ​ທີ 5/3, ຢູ່ ຮ່າ​ໂນ້ຍ, ທ່ານລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຮ່ວາງ​ຕວນ​ແອ​ງ ພ້ອມ​ກັບ​ ທ່າ​ນລັດຖະມົນຕີ​ກະຊວງ​ແຫຼ່ງຊັບພະຍາກອນມະນຸດ ຮູ​ງກາຣີ Balog Zoltan ​​ໄດ້ເຊັນ​ສັນຍາ​ຮ່ວມ​ມື​ດ້ານວັດທະນະທຳ​ລະຫວ່າງ ຫວຽດນາມ - ຮູ​ງກາຣີ. ຕາມ​ນັ້ນ​ແລ້ວ, ຫວຽດນາມ ​ແລະ ຮູ​ງກາຣີ ຈະ​ຮ່ວມ​ມື​ໃນ 3 ຂົງ​ເຂດ​: ວັດ​ທະ​ນຳ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ​. ​ໂດຍລະອຽດ​​ແມ່ນ, ກ່ຽວ​ກັບ​ດ້ານ​ວັດທະນະທຳ, 2 ຝ່າຍ​ຈະຄົ້ນ​ຄ້ວາ​ຄວາມ​ສາມາດ​ສົມທົບ​ກັນ​ຈັ້ດ​ຕັ້ງ​ງານ​ວາງສະ​ແດງພາບ​​ແຕ້ມ, ຮູບ​ຖ່າຍ, ​ເຄື່ອງ​ສິລະ​ປະຫັດຖະກຳ, ສົ່ງ​ຄະນະ​​ສິລະ​​ໄດ້ປະ​ພົບ​ປະ​ແລກປ່ຽນ​ເຊິ່ງກັນ ​ແລະ ກັນ, ຈັດ​ຕັ້ງ​ສັບປະດາ​ສາຍຟິມຮູບ​ເງົາ. ກ່ຽວ​ກັບ​ດ້ານ​ກິລາ, 2 ຝ່າຍ​​ສະໜັບສະໜູນ ​ແລະ ຊຸກຍູ້, ສ້າງ​ເງື່ອນ​​ໄຂ​ສະດວກ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ພົບ​ປະ​ແລກປ່ຽນ, ຝຶກ​​ແອບ, ​ແຂ່ງຂັນ​ລະຫວ່າງ 2 ປະ​ເທ​ດ, ຄົ້ນ​ຄ້ວາ​ຄວາມ​ສາມາ​ດຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​​ແຂ່ງຂັນ​ກິລາມິດຕະພາບ. ກ່ຽວ​ກັບ​ດ້ານ​ທ່ອງ​ທ່ຽວ, 2 ຝ່າຍ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ ຂຸດ​ຄົ້ນ​ຕະຫຼາດ​ທ່ອງ​ທ່ຽວ, ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແນະນຳ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານການທ່ອງທ່ຽວ​ຂອງ​ທັງ 2 ຝ່າຍ​, ພ້ອມ​ທັງ​ຄົ້ນ​ຄ້ວາ​ບັນດາ​ສາຍ​ການບິນ​ທີ່ສະ​ດວກ​ສະບາ​ຍ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ, ສົ່ງ​ເສີມ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ຢູ່ 2 ປະ​ເທດ.

ຂ່າວ/ບົດ​ອື່ນ