ຫວຽດນາມ ຮຽກຮ້ອງໃຫ້ປະຕິບັດຂໍ້ຕົກລົງຢຸດຍິງໄລຍະຍາວຢູ່ ລີບີ ຢ່າງຄົບຖ້ວນ
(VOVWORLD) -ວັນທີ 15 ທັນວາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມອອນລາຍກ່ຽວກັບສະພາບການຢູ່ ລີບີ.
ກອງປະຊຸມອອນລາຍກ່ຽວກັບສະພາບການຢູ່ ລີບີ |
ກ່າວຄຳເຫັນຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມຊົມເຊີຍຕໍ່ບັນຫາທີ່ມີຄວາມກ້າວ ແລະ ສຳຄັນ ຢູ່ ລີບີ, ພິເສດແມ່ນເລື່ອງບັນດາຝ່າຍບັນລຸໄດ້ຂໍ້ຕົກລົງຢຸດຍິງໄລຍະຍາວ ແລະ ຕົກລົງເຫັນດີກ້າວໄປສູ່ການເລືອກຕັ້ງ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນຄືນໃໝ່ການສະໜັບສະໜູນຂອງ ຫວຽດນາມ ສຳລັບມາດຕະການທາງການເມືອງຢ່າງຮອບດ້ານ ໂດຍ ຊາວ ລີບີ ເປັນເຈົ້າພາທາງ ແລະ ເປັນເຈົ້າ, ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງ ລີບີ; ພ້ອມກັນນັ້ນ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງ ປະຕິບັດບັນດາມາດຕາທີ່ລະບຸໃນຂໍ້ຕົກລົງຢຸດຍິງໄລຍະຍາວໃຫ້ຄົບຖ້ວນ, ຜ່ານນັ້ນ ສ້າງເງື່ອນໄຂສະດວກໃຫ້ວິວັດການຫົວລ້ຽວຫົວຕໍ່ເພື່ອກ້າວໄປສູ່ການເລືອກຕັ້ງ.
ນັກຂ່າວ VOV ປະຈຳ ອາເມລິກາ