ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດ ເພື່ອການກຸສົນສາກົນຢູ່ ອິນເດຍ

(VOVWORLD) - ວັນທີ 03 ທັນວາ, ງານຕະຫລາດນັດ ເພື່ອການກຸສົນສາກົນ Bazaar ຖືກໄຂຂຶ້ນທີ່ໂຮງແຮມ Ashok ຢູ່ນະຄອນຫລວງ New Delhi ຂອງ ອິນເດຍ
ຫວຽດນາມ ເຂົ້າຮ່ວມງານຕະຫລາດນັດ ເພື່ອການກຸສົນສາກົນຢູ່ ອິນເດຍ - ảnh 1 ຮ້ານວາງສະແດງຂອງ ຫວຽດນາມ (ພາບ: TTXVN)

ດ້ວຍການເຂົ້າຮ່ວມຂອງຄະນະທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ New Delhi ເປັນຈຳນວນຫລວງຫລາຍ ພ້ອມດ້ວຍແຂກເຂົ້າຊົມນັບພັນເທື່ອຄົນ. ນອກຈາກຈຸດປະສົງສ້າງກອງທຶນເພື່ອການກຸສົນ, ງານຕະຫລາດນັດ Bazaar ກໍ່ແມ່ນໂອກາດ ເພື່ອໂຄສະນາ, ແນະນຳຮູບພາບກ່ຽວກັບປະເທດ, ປະຊາຊົນ, ຜະລິດຕະພັນເຄື່ອງສິລະປະຫັດຖະກຳ ແລະ ວັດທະນະທຳການກິນດື່ມຂອງແຕ່ລະປະເທດ.

        ເຂົ້າຮ່ວມງານຕະຫລາດນັດປີນີ້, ຮ້ານວາງສະແດງຂອງ ຫວຽດນາມ ໄດ້ຮັບການປະດັບປະດາ ເປັນໜ້າປະທັບໃຈ ດ້ວຍຮູບພາບທີ່ພົ້ນເດັ່ນຂອງທຸງຊາດສີແດງດາວເຫລືອງ. ຄະນະຂອງ ຫວຽດນາມ ໄດ້ນຳເອົາເຄື່ອງສິລະປະຫັດຖະກຳຫລາຍຢ່າງ ມາວາງສະແດງຄື: ພາບສີຂັດມັນ, ພາບປັກແສ່ວຫັດຖະກຳກ່ຽວກັບທິວທັດທຳມະຊາດຂອງໝູ່ບ້ານ ຫວຽດນາມ, ກຸບ, ຜະລິດຕະພັນຈັກສານ, ເຄື່ອງຫຼິ້ນຫັດຖະກຳ…ເຊິ່ງໄດ້ດຶງດູດແຂກເຂົ້າຊົມ ແລະ ຊື້ເຄື່ອງຂອງເປັນຈຳນວນຫລວງຫລາຍ. ແຂກຜູ້ຊົມນິຍົມເປັນພິເສດເຖິງອາຫານ 2 ເຍື່ອງ, ທີ່ເຂັ້ມຂົ້ນໄປດ້ວຍສີສັນພິເສດສະເພາະຂອງ ຫວຽດນາມ ນັ້ນແມ່ນ ເຝີ ແລະ ແນມຈືນ.

ຕອບກັບ

ຂ່າວ/ບົດ​ອື່ນ