ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນທຸກໆຄວາມມານະພະຍາຍາມລົບລ້າງອາວຸດນິວເຄຼຍໃນໂລກ

ຫວຽດນາມ ເຂົ້າຮ່ວມຢ່າງຕັ້ງໜ້າ ໃນທຸກໆຄວາມມານະພະຍາຍາມລົບລ້າງອາວຸດນິວເຄຼຍໃນໂລກ - ảnh 1
(ພາບປະກອບ)

(vovworld) -     ວິທີ​ລົບ​ລ້າງ​ອາວຸດ​ລ້າງ​ຜານ ​ແລະ ວິວັດ​ທະນາການ​ປອດ​ນິວ​ເຄຼຍ​ໃນ​​ແຫຼມ​ເກົາ​ຫຼີ ​ແມ່ນ​ເນື້ອ​ໃນ​ເຊິ່ງບັນດາ​ຜູ້​ແທນ​ຂອງ​ປະ​ເທດ​ຕ່າງໆ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ຢູ່​ທີ່​ກອງ​ປະ​ຊຸມ​ຄົບ​ຄະນະ ​ເວທີ​ປາ​ໄສ​ການ​ເຈລະຈາ​ຍຸດ​ທະ​ສາດ​ປ້ອງ​ກັນຊາດ​ເຊ​ີອູ​ນ 2012 (SDD 2012), ​ເຊິ່ງດຳ​ເນີນ​ໄປ​ຢູ່​ສ.​ເກົາຫຼີ ​ໃນ​ວັນ​ທີ 15/11. ພົນ​ຈັດຕະວາ Nguyen Dinh Chien, ຫົວ​ໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ​ປ​້ອງກັນຊາ​ດຫວຽດນາມ ​ໄດ້​ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ ​ໂດຍ​ຢືນຢັນ​ວ່າ ຫວຽດນາມ ສະ​ໜັບສະ​ໜູ​ນ​ເລື່ອງ​ບໍ່​ແຜ່​ຂະຫຍາຍ ​ແລະ ກ້າວ​ໄປ​ເຖິງ​ຄວາມ​ມານະ​ພະຍາຍາມລົບ​ລ້າງອາວຸດ​ນິວ​ເຄຼຍ ​ແລະ ອາວຸດ​ລ້າງຜານ​ອື່ນໆຢ່າງ​ສີນ​ເຊິ່ງ. ທ່ານ​ກໍ່​ເນັ້ນ​ໜັກ​ເຖິງ​ບັນດາ​ຄວາມ​ມານະ​ພະຍາຍາມ​ໃນ​ຂົງ​ເຂດ​ບໍ່ແຜ່​ຂະຫຍາຍອາວຸດ​ນິວ​ເຄຼຍ ບໍ່​ໄພ​ຟືນກັບ​ສິດ​ອັນ​ຊອບ​ທຳ​ຂອງ​ບັນດາ​ປະ​ເທດ​, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ພວມ​ພັດທະນາ​ໃນ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເຂົ້າ​ໃນ​ຈຸດປະສົງສັນຕິພາບ. ຫວຽດນາມ ຄັດຄ້ານ​ການ​ສວຍ​ໃຊ້​ກົນອຸບາຍຕ້ານ​ການ​​ແຜ່​ຂະຫຍາຍ​​ອາ​ວຸດ​ລ້າງຜານ ​ເພື່ອ​​​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ. ກ່ຽວ​ກັບບັນຫານິວ​ເຄຼຍໃນ​ແຫຼ​ມ​ເກົາຫຼີ ທ່ານ​ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ​ສະໜັບສະໜູນ​ການ​ໄກ​ເກ່ັຍ, ຮ່ວມມື, ສັນຕິພາບ​​ເອກກະພາບ​ລະຫວ່າງ​ສປປ. ​ເກົາຫຼີ ​ແລະ ສ.​ເກົາຫຼີ ​ແລະ ​ພ້ອມ​​ແລ້ວ​ທີ່​ຈະ​ໃຫ້ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນດາ​ວິວັດ​ການ​ນີ້​ຕາມ​ຄວາມ​ສາມາດ​ຂອງ​ຕົນ.

ຂ່າວ/ບົດ​ອື່ນ