ຫວຽດນາມ ເຂົ້າຮ່ວມເດືອນມໍລະດົກໂລກອາຊີ - ປາຊີຟິກ ຢູ່ນິວຢອກ

ຫວຽດນາມ ເຂົ້າຮ່ວມເດືອນມໍລະດົກໂລກອາຊີ - ປາຊີຟິກ ຢູ່ນິວຢອກ - ảnh 1
( ພາບປະກອບ )

( vovworld ) –   ​ວັນ​ທີ 12/5,​ ພະນັກງານ​ບັນດາ​ອົງການ​ຕາງໜ້າ​ຫວຽດນາມ ປະຈຳ​ນິວຢອກ ຄື ຄະນະ​ຜູ້​ແທນ​ຫວຽດນາມ​ ປະຈຳສະຫະ​ປະຊາ​ຊາດ, ສະຖານກົງສູນ, ສູນ​​ສົ່ງ​ເ​ສີ​ມການ​ຄ້າ​ຫວຽດນາມ ​ແລະ ພະນັກ​ງານ, ຮັກ​ຮຽນ​, ນັກ​ສຶກສາຫວຽດນາມ ທີ່​ພວມ​​ເຮັດ​ວຽກ ​ແລະ ຮໍ່າຮຽນ​ຢູ່​ນິວຢອກ ​ເປັນ​ຈຳນວນ​ຫຼ​ວງຫຼາຍ​ໄດ້​​ເຂົ້າ​ຮ່ວມ​ງານ​ບຸນ​ເດືອນມໍລະດົກ​​ໂລກ​ອາຊີ - ປາຊີ​ຟິກ ງານ​ບຸນ​ຖືກຈັດ​ຂຶ້ນ​ຢູ່​ມະຫາ​ວິທະຍາ​ໄລ Stone Brook.​​ ເຂົ້າຮ່ວມງານ​ບຸນມີ 11 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ,​ ​ເຊິ່ງລວມມີ ຫວຽດນາມ, ອີນ​ເດີຍ, ຍີ່ປຸ່ນ, ສ.​ເກົາຫຼີ, ປາ​ກິດ​ສະຖານ, ຟິລິບ​ປີນ,​​ໄທ, ​ເນ​ປານ, ບັງ​ກຼາ​ແດດ, ຈີນ ​ແລະ ​ໄຕ​ວັນ ( ຈີນ ). ທ່ານ​ເອກ​ອັກຄະ​ລັດ​ທະ​ທູດ, ຮອງຫົວໜ້າ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ​ປະຈຳ​ສະຫະ​ປະຊາ​ຊາດ Pham Vinh Quang ພ້ອມ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະທູດ​ປະ​ເທດ​ຕ່າງໆ​ເຂົ້າຮ່ວມ. ຫວຽດນາມ ເຂົ້າ​ຮ່ວມ​ງານ​ບຸນ​ປີ​ນີ້ ດ້ວຍການສະ​ແດງ​ສີ​ລະ​ປະ​ດຶ່ມນ້ຳ​ຊາທີ່​ເປັນ​ມູນ​ເຊື້ອ, ​​ແນະນຳ​ຊຸດ​ເຊື້ອ​ຍາວ, ບັນດາ​ຜະລິດ​ຕະພັນສີ​ລະ​ປະຫັດຖະກຳ, ສະ​ແດງ​ຟ້ອນ​​ກຸບ ​ແລະ ດົນຕີ​ພື້ນ​ເມືອງ.​

ຂ່າວ/ບົດ​ອື່ນ