ຫວຽດນາມ ເຄົາລົບການເລືອກເຟັ້ນຂອງປະຊາຊົນ ເວເນຊູເອລາ ໃນການເລືອກຕັ້ງປະທານາທິບໍດີ

(VOVWORLD) - ວັນທີ 28 ພຶດສະພາ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບການເລືອກຕັ້ງປະທານາທິບໍດີ ເວເນຊູເອລາ ຜ່ານມາ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ:
ຫວຽດນາມ ເຄົາລົບການເລືອກເຟັ້ນຂອງປະຊາຊົນ ເວເນຊູເອລາ ໃນການເລືອກຕັ້ງປະທານາທິບໍດີ - ảnh 1 ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ

“ຫວຽດນາມ ເຄົາລົບການເລືອກເຟັ້ນຂອງປະຊາຊົນ ເວເນຊູເອລາ ໃນການເລືອກຕັ້ງປະທານາທິບໍດີຜ່ານມາ ແລະ ປາດຖາໜາວ່າ ລັດຖະບານ ແລະ ບັນດາກຳລັງການເມືອງຢູ່ ເວເນຊູເອລາ ຈະດຳເນີນການເຈລະຈາໂດຍໄວ ເພື່ອແນໃສ່ແກ້ໄຂຄວາມແຕກຕ່າງກັນ, ສ້າງປະເທດໃຫ້ມີຄວາມສະຖຽນລະພາບ. ຫວຽດນາມ ສືບຕໍ່ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຫລາຍດ້ານລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ 2 ພາກພື້ນ ແລະ ໃນໂລກ”.

ຕອບກັບ

ຂ່າວ/ບົດ​ອື່ນ