ຫວຽດນາມ ເພີ່ມທະວີການຮ່ວມມື ດ້ານການຄ້າກັບອິດສຣາແອນ, ອີຢີບ ແລະ ຊູດານ

ຫວຽດນາມ ເພີ່ມທະວີການຮ່ວມມື ດ້ານການຄ້າກັບອິດສຣາແອນ, ອີຢີບ ແລະ ຊູດານ - ảnh 1
(ພາບປະກອບ)

(vovworld) - ​ໃນ​ການ​ໄປ​ປະຕິບັດ​ງານ​ຢູ່​ອີ​ຢີບ, ວັນ​ທີ 26/06, ຄະນະ​ຄົ້ນຄວ້າ​ຕະຫຼາດ ​ແລະ ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ການ​ຄ້າ ​ເລ​ເຢືອງ​ກວາງ ນຳ​ໜ້າ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ການ​ຄ້າ​ອີ​ຢີບ. ທີ່​ການ​ເຮັດ​ວຽກ, ທ່ານຮອງ​ລັດຖະມົນຕີ ເລ​ເຢືອງ​ກວາງ ຖື​ວ່າ 2 ຝ່າຍ​ຕ້ອງ​​ຕັ້ງໜ້າ​ກະກຽ​ມ​ໃຫ້​ແກ່​ກອງ​ປະຊຸມ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ 2 ປະ​ເທດ ​ແລະ ມີ​ບັນດາ​ການ​ເຄື່ອນ​ໄຫວ​ອັນ​ແທດ​ຈິງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ. ທ່ານຮອງ​ລັດຖະມົນຕີ ເລ​ເຢືອງ​ກວາງ ຢືນຢັນ​ວ່າ ຫວຽດນາມ ກຽມພ້ອມ​ການ​ແບ່ງ​ປັນ​ບົດ​ຮຽນ​ກ່ຽວກັບ​ບັນດາ​ຂົງ​ເຂດ​​ເຊິ່ງອີ​ຢີບ ຕ້ອງການ. ຖັດຈາກ​ການ​ຢ້ຽມຢາມ​ອີ​ຢີບ, ຄະນະ​ຜູ້​ແທນ​ຈະ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງຂອງ​ຊູ​ດານ ຄື: ການ​ຄ້າ, ການ​ລົງທຶນ, ອຸດສາຫະກຳ, ບໍ່​ແຮ່ ​ແລະ ນ້ຳມັນ​ອາຍ​ແກັດ ​ເພື່ອ​ຊອກ​ຮູ້​ກົນ​ໄກ​ນະ​ໂຍບາຍ, ຂໍ້​ມູນ​ຕະຫຼາດ, ຂະ​ແໜງ​ສິນຄ້າ ​ແລະ ພົບ​ປະ​ໂດຍ​ກົງ​ກັບ​ບັນດາ​ວິ​ສາ​ຫະກິດ​ຂອງ​ປະ​ເທດ​ນີ້​ໃນ 2 – 3 ມື້ຈະ​ມາ​ເຖິງ.

        ກ່ອນ​ໜ້າ​ນັ້ນ, ຄະນະ​ຄົ້ນ​ຄວ້າ​ຕະຫຼາດ ​ແລະ ສົ່ງ​ເສີມ​ການ​ຄ້າ​ຫວຽດນາມ ​ໄດ້​ໄປ​ອິດສຣາ​​ແອນ​ແຕ່​ວັນ​ທີ 22 – 25/06 ​ແລະ​ ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ​ເສດຖະກິດ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ຈັດ​ຕັ້ງ​ການ​ປຶກສາ​ຫາລື​ວິ​ສາ​ຫະກິດ​ລະຫວ່າງ 2 ປະ​ເທດ ດ້ວຍ​ການ​ສົມທົບ​ກັນ​ຂອງ​ສະຫະພັນ​ບັນດາ​ຫ້ອງການ​ການ​ຄ້າ​ອິດສຣາ​ແອນ.
ຂ່າວ/ບົດ​ອື່ນ