ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ແບບ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ກ່ຽວ​ກັບ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ

(VOVWORLD) -ທ່ານເອກອັກຄະລັດຖະທູດ Jamale Chouaibi ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຮູບແບບປະສົບຜົນສຳເລັດທີ່ສຸດກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ເໝາະສົມກັບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂອງ ສປຊ. 
ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຮູບ​ແບບ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ກ່ຽວ​ກັບ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ - ຊາຍ - ảnh 1ພາບປະກອບ:  TTXVN

ຫວ່າງມໍ່ໆມານີ້, ທ່ານເອກອັກຄະລັດຖະທູດ ມາຣົກ Jamale Chouaibi ປະຈຳຫວຽດນາມໄດ້ເນັ້ນໜັກໃນການຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ວ່າ: ຫວຽດນາມ ໄດ້ປະກາດໃຊ້ຫຼາຍກົນໄກນິຕິກຳທີ່ຈຳເປັນເພື່ອຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການມອບສິດໃຫ້ແກ່ແມ່ຍິງ, ລວມມີກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່ງຍິງ - ຊາຍ, ກົດໝາຍວ່າດ້ານການປ້ອງກັນຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ.

ທ່ານເອກອັກຄະລັດຖະທູດ Jamale Chouaibi ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຮູບແບບປະສົບຜົນສຳເລັດທີ່ສຸດກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງຊາຍ, ເໝາະສົມກັບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂອງ ສປຊ. ບັນດາເປົ້າໝາຍທີ່ວາງອອກໃນຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍຈະຊ່ວຍຊຸກຍູ້ກ່ວາອີກບົດບາດຂອງແມ່ຍິງໃນການອອກລະຖະນະໂຍບາຍ ແລະ ຕໍ່ສູ້ຕ້ານການໃຊ້ຄວາມຮຸນແຮງສຳລັບແມ່ຍິງໃນທຸກຮູບແບບກ່ວາອີກ. ອັດຕາແມ່ຍິງ ຫວຽດນາມ ເຂົ້າຮ່ວມຂົງເຂດການເມືອງ ແລະ ເສດຖະກິດແມ່ນກວມເອົາອັດຕາສ່ວນສູງທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້. ຕາມທ່ານ ເອກອັກຄະລັດຖະທູດ Jamale Chouaibi ແລ້ວ, ຫວຽດນາມໄດ້ມານະພະຍາຍາມຫຼາຍພໍສົມຄວນເພື່ອຫຼຸດຜ່ອນໄລຍະຫ່າງການພັດທະນາຢູ່ບັນດາທ້ອງຖິ່ນເຂດຫ່າງໄກສອກຫຼີກ, ພິເສດແມ່ນຜ່ານການສ້າງບັນດາໂຄງການ ແລະ ແຜນການລະອຽດ ເພື່ອແນໃສ່ປັບປຸງເງື່ອນໄຂດຳລົງຊີວິດຂອງປະຊາຊົນຢູ່ທ້ອງຖິ່ນດັ່ງກ່າວ. ແມ່ຍິງຫວຽດນາມ ໄດ້ມີໜ້າໃນທຸກຂົງເຂດຂອງພື້ນຖານເສດຖະກິດ ແລະ ປະກອບສ່ວນຢ່າງຕັ້ງໜ້າຕໍ່ການພັດທະນາຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ