ຫວຽດນາມ ແລະ ນິວຊີແລນ ຄົ້ນຄ້ວາຄຸ້ມຄອງຝາຍກັນນ້ຳ

ຫວຽດນາມ ແລະ ນິວຊີແລນ ຄົ້ນຄ້ວາຄຸ້ມຄອງຝາຍກັນນ້ຳ - ảnh 1

(ພາບປະກອບ:vietnamplus.vn)

(vovworld)- ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽ​ດນາມ ຫາ​ກໍ່​​ເຊັນອະນຸມັດ​ໂຄງການ “ຫວຽດນາມ-​ນິວຊີ​ແລນ ຄົ້ນຄ້ວາ​ກ່ຽວ​ກັບການ​ຮັບປະກັນ​ຝາຍກັນນ້ຳ​ ​ແລະ ​ເຂດ​ລຸ່ມນ້ຳ​ແກ່ງ“ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ເກືອບ 1,8 ລ້ານ​ໂດ​ລາ​ສະຫະລັດ; ​ໃນ​ນັ້ນ 1,75 ລ້ານ​ໂດ​ລາ​ສະຫະລັດ​ໂດຍ​ນິວຊີ​ແລນ ອຸປະຖຳ. ​ໂຄງການ​ໄດ້​ຮັບ​ການຜັນ​ຂະຫຍາຍ​ຢູ່​ຮ່າ​ໂນ້ຍ, ​ເງະ​ອານ ​ໃນ​ໄລຍະ​ແຕ່​ນີ້​ຮອດ​ເດືອນ 4/2015. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ຄົ້ນຄ້ວາ, ສ້າງ​ຮູບ​ແບບ​ຄຸ້ມ​ຄອງ​ໄພຈະ​ເກີດ​ສະພາບ​ນ້ຳ​ແກ່ງ ​ແລະ ຝາຍກັນນ້ຳ​ແຕກ ​ເພື່ອ​ແນ​ໃສ່​ຫລຸດ​ຜ່​ອນຜົນ​ເສຍ​ຫາຍ​ດ້ານ​ເສດຖະກິດ-​ສັງຄົມ​ໃນ​ລະດັບ​ຕ່ຳ​ສຸດ; ຜ່ານ​ນັ້ນ, ສະ​ເໜີ​ມາດ​ຕະການ​ແກ້​ໄຂຢ່າງ​​ເໝາະ​ສົມ​ໃຫ້​ແກ່​ຫວຽດນາມ ​ໃນ​ຍຸດ​ທະ​ສາດ​ພັດທະນາ ​ແລະ ຄຸ້ມ​ຄອງ​ຝາຍກັນ​ນ້ຳ.

 

ຂ່າວ/ບົດ​ອື່ນ