ຫວຽດນາມ ແລະ ບຣາຊີວ ເພີ່ມທະວີການພົວພັນແລກປ່ຽນການຄ້າຢ່າງແຮງ

ຫວຽດນາມ ແລະ ບຣາຊີວ ເພີ່ມທະວີການພົວພັນແລກປ່ຽນການຄ້າຢ່າງແຮງ - ảnh 1
(ພາບປະກອບ)

(vovworld) - ​ໃນ 9 ​ເດືອນ​ຜ່ານ​ມາ, ການພົວພັນ​​ແລກປ່ຽນການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ບຣາຊີວ ບັນລຸ​ເກືອ​ນ 1,66 ຕື້ USD, ​ລື່ນກາຍ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂອງ​ທັງ​ປີ 2012. ວົງ​​ເງິນ​ການ​ຄ້າ​ສົ່ງ​ອອກ​ຈາກ​ຫວຽດນາມ ​ໄປ​ຍັງ​ບຣາຊີວ ບັນລຸ​ເກືອບ 850 ລ້ານ USD, ​ເພີ່ມ​ຂຶ້ນ 40% ​ເມື່ອ​ທຽບໃສ່​ໄລຍະ​ດຽວ​ກັນກັນ​ຂອງ​ປ​ີ 2012. ຫວຽດນາມ ​ ​ສົ່ງ​ອອກ​ສິນຄ້າ​ໄປ​ຍັງ​ບຣາຊິວ ສ່ວນ​ຫຼາຍ​ແມ່ນ ​ເຄື່ອງ​ອາ​ໄລ່​ສິ້ນສ່ວນໂທລະສັບ, ​ເກີບ, ປາ​ແຊ່​ເຢັ​ນ... ​ໃນ​ຂະນະ​ນັ້ນ, ບຣາຊີວ ສົ່ງ​​ບັນດາ​ສິ້ນ​ຄ້າ​ຕົ້ນ​ຕໍ່ ມາເລເຊຍ ໃຫ້ ຫວຽດນາມ​ຄື: ຖົ່ວ​ເຫຼືອງ ​ແລະ ຜະລິດ​ຕະພັນ​ຈາກ​ຖົ່ວ​ເຫຼືອງ, ສາລີ, ​ເຫຼັກ​ກ້າ... ບັນ​ດາ​ຜູ້​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ ​ໃນ​ປີ 2013, ມູນຄ່າແລກປ່ຽນ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ ອາດ​ຈະ​ລື່ນ​ກາຍ​ລະດັບ 2 ຕື້ USD.

ຂ່າວ/ບົດ​ອື່ນ